• ກົມກວດກາ
  • |
  • 2026-03-06
  • |
  • ວຽກວິຊາສະເພາະ

        ໃນວັນທີ 6 ມີນາ 2026, ໄດ້ມີພິທີປິດ ຊຸດຝຶກອົບຮົມວຽກງານກວດກາລັດຂອງຂະແໜງ ການເງິນ ໂດຍການເປັນປະທານ ຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຄະນະກົມກວດກາ, ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກອົບຮົມ​​ທັງ​ໝົດ 51 ທ່ານ, ຍິງ 17 ທ່ານ ຈາກຂະແໜງກວດກາລັດ ພະແນກການເງິນແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື , ຂະແໜງກວດກາລັດ ພະແນກການເງິນນະຄອນຫຼວງ ແລະ ບັນດາອ້ອມກົມຂ້າງກະຊວງການເງິນ.

        ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ຊຸດ​ຝຶກອົບຮົມຄັ້ງນີ້ມີ​ຄວາມ  ໝາຍ, ຄວາມ​ສຳ​ຄັນຢ່າງ​ຍິ່ງ ເພາະເປັນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານກວດກາ, ໂດຍສະເພາະແມ່ນວຽກງານກວດກາຂົງເຂດການເງິນ ໃຫ້ມີຄຸນນະພາບຕື່ມ, ສາມາດຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຂອງພັກເຮົາ ເພື່ອກຽມຄວາມ ພ້ອມໃນການສະກັດກັ້ນ ແລະ ຕ້ານການຮົ່ວໄຫຼງົບປະມານ, ແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຫຼຸດລົງ ໃນຊຸມປີຕໍ່ໜ້າ ແນໃສ່ຮັບ ປະກັນການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານ ໃຫ້ເຂົ້າສູ່ລະບຽບກົດໝາຍ ສາມາດຕອບສະໜອງ ດ້ານງົບປະມານ ໃຫ້ແກ່ການສ້າງສາພັດທະນາປະເທດຊາດດີກວ່າເກົ່າ.

        ການທີ່ໄດ້ແລກປ່ຽນບົດຮຽນຜ່ານມາ ເຫັນວ່າການຈັດ ຕັ້ງປະຕິບັດວຽກງານກວດກາຢູ່ບາງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ, ວຽກງານກວດກາຍັງບໍ່ ທັນແຂງແຮງເທົ່າທີ່ຄວນ, ການຈັດຕັ້ງພາລະບົດບາດວຽກງານກວດກາຍັງບໍ່ທັນເຮັດໄດ້ເຕັມເມັດເຕັມໜ່ວຍ, ພະນັກງານກວດກາຍັງມີຈຳນວນນ້ອຍ, ພາຫະນະ ແລະ ງົບປະມານຮັບໃຊ້ວຽກງານກວດກາ ຍັງບໍ່ທ່ວງທັນ, ກວດກາແລ້ວການແກ້ໄຂຜົນການກວດກາຍັງຊັກຊ້າແກ່ຍາວ ຫຼື ບໍ່ທັນເດັດຂາດ ແລະ ບັນຫາອື່ນໆ, ອັນນັ້ນແມ່ນລ້ວນແລ້ວແຕ່ເປັນບັນຫາ ທີ່ເກີດຂຶ້ນຈິງ ແລະ ຄະນະພັກ-ຄະນະນຳ ກະຊວງການເງິນ ກໍ່ຄືທ້ອງຖິ່ນກໍ່ຮັບຮູ້, ເຂົ້າໃຈ; ບັນຫາທີ່ເຮັດໃຫ້ບັນດາທ່ານພົບຄວາມຫຍຸ້ງຍາກນັ້ນ ແລະ ບັນຫາທີ່ໃຫຍ່ກວ່ານັ້ນແມ່ນ ບັນຫາການສວຍໃຊ້ໜ້າທີ່, ລະເມີດກົດໝາຍ ເຮັດໃຫ້ເປັນການ ທ່ວງດຶງການພັດທະນາເສດຖະກິດ-ສັງຄົມ, ສໍ້ລາດບັງຫຼວງ ຈຶ່ງເປັນສາຍເຫດເຮັດຂາດແຄນງົບປະມານ; ສະນັ້ນ, ຢາກແກ້ໄຂຄວາມຫຍຸ້ງຍາກ ດັ່ງກ່າວໄດ້ ພະນັກງານກວດກາພວກເຮົາຕ້ອງເຊີດຊູໜ້າທີ່ ຄວາມຮັບຜິດຊອບ ແລະ ເດັດດ່ຽວ, ເດັດຂາດໃນການກວດກາການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ຢູ່ແຕ່ລະທ້ອງຖິ່ນຕົນ, ເປັນເຈົ້າການແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໂດຍບໍ່ຫວັ່ນໄຫວ, ຖ້າທຸກທ່ານ ພ້ອມໃຈກັນດັດຂາດເຮັດໄດ້ແນວນັ້ນ ຄວາມຫຍຸ້ງຍາກທີ່ກ່າວມາ ຂ້າງເທິງນັ້ນກໍ່ລຸດລົງ;

        ຜ່ານ​ການ​ຮໍ່າຮຽນຕົວຈິງຕາມ​ແຜນ​ໂຄງການ​ຫຼັກສູດ​ທາງດ້ານທິດສະດີແລ້ວຍັງມີການຈັດກິດ ຈະກຳໃນຫ້ອງຮຽນເພື່ອໃຫ້ບັນດາທ່ານ​ໄດ້ແລກປ່ຽນບົດຮຽນ ລະຫວ່າງວິທະຍາກອນ ແລະ ນັກສຳມະນາກອນ​. ສະນັ້ນ, ບັນດາບົດຮຽນທີ່ໄດ້ຮຽນຮູ້ ແລະ ຖອດ​ຖອນ​ໄດ້​ຈາກ​ການແລກ ປ່ຽນບົດຮຽນຕົວຈິງ ກໍ່ນຳໄປໝູນ​ໃຊ້​ເຂົ້າ​ໃນ​ວຽກງານຕົວຈິງຢູ່ທ້ອງຖິ່ນຕົນ ແລະ ຖ່າຍຖອດໃຫ້ອ້າຍ ນ້ອງຜູ້ທີ່ບໍ່ໄດ້ເຂົ້າມາຮ່ວມ ນຳໃຊ້ເປັນບົດຮຽນ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ກວດກາໃຫ້ເຂັ້ມແຂງເທື່ອລະກ້າວ.

© 2025 Copyright: ກະຊວງການເງິນ, ສປປ ລາວ