• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2026-03-04
  • |
  • ວຽກວິຊາສະເພາະ

                 ໃນວັນທີ 04 ມີນາ 2026 ກົມຈັດຕັ້ງ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງວຽກງານຈັດຕັ້ງໃຫ້ພະນັກງານ-ລັດຖະກອນ ຂັ້ນທ້ອງຖິ່ນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ປອ ນິດຖາ ບຸບຜາ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ, ມີຄະນະຮັບຜິດຊອບຈາກກົມຈັດຕັ້ງ ກະຊວງການເງິນ ແລະ ນັກວິທະຍາກອນຜູ້ທີ່ມີປະສົບການຕົວຈິງ ພ້ອມດ້ວຍ ນັກສຳມະນາກອນ ທີ່ຮັບຜິດຊອບວຽກງານຈັດຕັ້ງ ຈາກພະແນກການເງິນ: ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ ເຂົ້າຮ່ວມ.

        ການຝຶກອົບຮົມໃນຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 04-06 ມີນາ 2026 ເຊິ່ງຈະໄດ້ລົງເລິກ5 ຫົວຂໍ້ ຄື: Œ ວຽກງານກົງຈັກການຈັກຕັ້ງ;  ວຽງຄຸ້ມຄອງພະນັກງານ; Ž ວຽກງານພັດທະນາບຸກຄະລາກອນ;  ວຽກງານນະໂຍບາຍ, ແຂ່ງຂັນ-ຍ້ອງຍໍ;  ວຽກງານພັດທະນາຊັບພະຍາກອນມະນຸດ ແລະ ບົດຮຽນວຽກງານຈັດຕັ້ງ ໃນໄລຍະ   ຜ່ານມາ.

         ເພື່ອເຮັດໃຫ້ວຽກງານ ຈັດຕັ້ງ-ພະນັກງານ ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ໃນອົງການ ໃຫ້ມີຄວາມເຂັ້ມແຂງ, ຮັບປະກັນໄດ້ ທັງປະລິມານ ແລະ ຄຸນນະພາບ, ມີປະສິດທິຜົນສູງ, ມີລະບຽບແບບແຜນວິທີ ເຮັດວຽກ ຖືກຕາມຫຼັກການລວມສູນ, ຕ້ານທ່າອ່ຽງອາຍາສິດແຂງກະດ້າງ, ຍົກລະດັບຄວາມຮູ້-ຄວາມສາມາດ ຂອງພະນັກງານໃນການຜັນຂະຫຍາຍແນວທາງລວມຂອງພັກໃຫ້ເປັນແຜນການ, ໂຄງການ ແລະ ແຜນງານຂອງຂະແໜງການເງິນ. ສຸມໃສ່ຊີ້ນຳການຈັດຕັ້ງ-ນໍາພາ ປະຕິບັດໃຫ້ປະກົດຜົນເປັນຈິງ ບົນຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ມີການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບ ໃຫ້ບຸກຄົນຢ່າງລະອຽດຈະແຈ້ງ, ຮັບປະກັນໃຫ້ພາຍໃນມີຄວາມສາມັກຄີເປັນເອກະພາບສູງໃນວຽກງານ ຂອງພັກ-ວຽກງານພະນັກງານນັບມື້ນັບໜັກແໜ້ນ ທັງໝົດນີ້ ກໍ່ເພື່ອຍົກສູງພາລະບົດບາດ ແລະ ສ້າງຄວາມເຂັ້ມແຂງ ຂອງວຽກງານຈັດຕັ້ງໃຫ້ດີຂື້ນເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ