• ກົມກວດກາ
  • |
  • 2026-03-03
  • |
  • ວຽກວິຊາສະເພາະ

        ຈຸດປະສົງຂອງ ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການເສີມສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານກົມກວດກາລັດ, ຂະແໜງກວດກາລັດພະແນກການເງິນ 07 ແຂວງ ແລະ ພະນັກງານເຮັດໜ້າທີ່ກວດກາລັດບັນດາກົມອ້ອມຂ້າງຂອງກະຊວງການເງິນ, ທີ່ເຮັດວຽກງານຕິດຕາມ, ກວດກາ ແລະ ການສິດສອນວຽກງານກວດກາ ໃຫ້ມີຄຸນນະພາບ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ວິຊາສະເພາະກວດກາ ໃນໄລຍະໃໝ່, ເປັນກຳລັງແຮງປະກອບສ່ວນຊ່ວຍຄະນະພັກ-ຄະນະນຳ ຂະແໜງການເງິນ ໃນການຕິດຕາມ, ກວດກາ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຜົນການກວດກາ-ກວດສອບ ໃນຂົງເຂດການເງິນແຕ່ສູນກາງຮອດທ້ອງຖິ່ນເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ລຸດລົງເທື່ອລະກ້າວ ແລະ ເພື່ອຮັບປະກັນຮອງຮັບແຜນປະຕິຮູບ ແລະ ແຜນພັດທະນາຂະແໜງການເງິນ 05 ປີ, ໃຫ້ສອດຄ່ອງກັບການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ IV ຂອງອົງຄະນະພັກກະຊວງການເງິນ ໂດຍສະເພາະແມ່ນການສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 2026 ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງ ລາຍຮັບງົບປະມານແຫ່ງລັດ.

          ວຽກ​ງານ​ກວດກາແມ່ນເປັນວຽກງານໜຶ່ງທີ່ສຳຄັນສອດຫ້ອຍ ແລະ ຄຽງຄູ່ກັບທຸກຂົງເຂດວຽກງານ ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ຫຍຸ້ງຍາກລະອຽດອ່ອນ, ​ແຕ່​ມີ​ບົດບາດ​ສຳຄັນ​ຫຼາຍ ​ເພາະ​ວຽກ​ງານ​ກວດກາ​ເປັນ​ເຄື່ອງມື​ວັດ​ແທກ​ຜົນສຳ​ເລັດ​ການ​ນຳພາຂອງ​ພັກ ​ແລະ ການຈັດ​ຕັ້ງ​ປະຕິບັດ​ລະບຽບ​ກົດໝາຍ​ຂອງ​ລັດ, ທັງ​ແມ່ນ​ມາດ​ຕະການ​ຕົ້ນຕໍ​ໃນ​ການກະຕຸກ, ຊຸກຍູ້ ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ໃຫ້​ມີ​ປະສິດ​ຕິ​ຜົນ, ມີ​ຄວາມ​ສັກ​ສິກ, ໜັກ​ແໜ້ນ, ​ເຂັ້ມ​ແຂງ. 

        ການຝຶກອົບຮົມໃນຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 5 ວັນ, ນັບແຕ່ວັນທີ 02-06 ມີນາ 202ເຊິ່ງຈະໄດ້ລົງເລິກ 3ຫົວຂໍ້ສຳຄັນ ຄື: ວຽກງານກວດກາລັດ (ກວດກາການເງິນ ແລະ ກວດກາການລົງທຶນ); ວຽກງານການຕິດຕາມ (ກວດກາການປະຕິບັດຜົນການກວດກາ) ແລະ ວຽກງານການຕິດຕາມ(ກວດກາການປະຕິບັດຜົນການກວດສອບ)

          ໂອກາດດັ່ງກ່າວ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງບັນດານັກສຳມະນາກອນ ແລະ ວິທະຍາກອນ ຈົ່ງພ້ອມກັນເອົາໃຈໃສ່ໃນການ ຄົ້ນຄວ້າ, ຮໍ່າຮຽນ, ປະກອບຄວາມຄິດຄວາມເຫັນ, ແລກປ່ຽນຢ່າງຕັ້ງໜ້າ ເພື່ອນຳເອົາບົດຮຽນດັ່ງກ່າວໄປປັບປຸງນຳໃຊ້ເຂົ້າໃນວຽກງານຕົວຈິງ ເຮັດໃຫ້ວຽກງານກວດກາ ມີຄຸນນະພາບ ນັບມື້ນັບເຂັ້ມແຂງຂຶ້ນເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ