ໃນວັນທີ 27 ກຸມພາ 2026, ໄດ້ຈັດກອງປະຊຸມທາບທາມ (ຮ່າງ)ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການສ່ວຍສາອາກອນ, ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຕາງໜ້າຈາກກົມອ້ອມຂ້າງ, ສ່ວຍສາອາກອນຈາກ 5 ແຂວງ, ສ່ວຍສາອາກອນ 9 ຕົວເມືອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ຈຸດປະສົງ ກອງປະຊຸມໃນມື້ນີ້ແມ່ນ ເພື່ອທາບທາມ ແລະ ຮັບຟັງການປະ ກອບຄໍາຄິດ ຄໍາເຫັນ ຈາກບັນດາທ່ານ, ການສ້າງ ດຳລັດ ວ່າດ້ວຍການ ປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະ ເມີດກົດໝາຍ ແລະ ລະບຽບການສ່ວຍສາອາກອນ, ປະຈຸບັນໄດ້ສໍາເລັດ ການຄົ້ນຄວ້າ ຮ່ວມ ກັບ ກົມກົດໝາຍ ກະ ຊວງຍຸຕິທໍາ ຈໍານວນ 3 ຄັ້ງ, ໂດຍ ສັງລວມ ເອົາບັນດາພຶດຕິກຳຕ່າງໆ ທີ່ມີການລະເມີດລະບຽບ, ກົດໝາຍສ່ວຍສາອາກອນ ສັງລວມ ເຂົ້າໃນການ ສ້າງ ຮ່າງ ດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບສ່ວຍສາອາກອນ ເພື່ອເປັນພື້ນຖານໃນການດັດສົມ, ການຄຸ້ມຄອງ ລາຍຮັບ ຕໍ່ກັບການຈັດຕັ້ງປະຕິບັດບັນດາກົດໝາຍ ສ່ວຍສາອາກອນ ຕິດພັນກັບການນໍາໃຊ້ມາດ ຕະການຕໍ່ຜູ້ລະເມີດກົດໝາຍ-ລະບຽບການ ໄລຍະຜ່ານມາ ແມ່ນເລີ້ມຈາກຮູບການປະຖົມນິເທດ, ກ່າວເຕືອນ, ສຶກສາອົບຮົມ ແລະ ປັບໃໝ ເປັນຂັ້ນຕອນສຸດທ້າຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເປັນແຕ່ລະປະເພດອາກອນ ແລະ ເປັນແຕ່ລະກໍລະນີ, ຊຶ່ງຈຸດປະສົງຫຼັກແມ່ນເນັ້ນໃຫ້ຜູ້ປະກອບການ ເຂົ້າໃຈຕໍ່ພັນທະຂອງຕົນ, ໃຫ້ຜູ້ປະກອບການໄດ້ຫັນເຂົ້າສູ່ລະບົບ ບໍ່ແມ່ນການປັບໃໝ ແຕ່ຮູບການ ປະຕິບັດຕົວຈິງ ເຫັນວ່າບໍ່ທັນສາມາດບັງຄັບໃຊ້ກົດໝາຍໄດ້ຢ່າງເຕັມສ່ວນ.
ການຄົ້ນຄວ້າ ດໍາລັດ ປັບໃໝ ດ້ານພື້ນຖານແມ່ນໄດ້ ສົມທຽບໃສ່ພາກສ່ວນອື່ນ ທີ່ໄດ້ມີ ດຳລັດ ວ່າດ້ວຍການປັບໃໝເປັນຕົ້ນແມ່ນ : ຂະແໜງການບິນພົນລະເຮືອນ, ຂະແໜງ ປ້ອງກັນ ຄວາມສະຫງົບ ແລະ ຂະແໜງ ຄຸ້ມຄອງຊັບສິນຂອງລັດ ທີ່ຮັບໃຊ້ຂົງເຂດວຽກງານທີ່ຕົນ ຮັບຜິດຊອບ. 
ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ, ໂດຍສະເພາະຄະນະ ຮັບຜິດຊອບ ຄົ້ນຄວ້າສ້າງ ຮ່າງ ດຳລັດດັ່ງກ່າວ ໄດ້ຮັບຄໍາຄິດເຫັນ, ຂໍ້ມູນທີ່ເປັນພື້ນຖານ ສໍາຄັນ ເພື່ອປັບປຸງ ໃນ ຮ່າງດໍາລັດສະ ບັບດັ່ງກ່າວໃຫ້ສົມບູນຄົບຖ້ວນ ບັນດາທ່ານ ທີ່ຕາງໜ້າຈາກພາກສ່ວນຕ່າງໆ ສຸມໃສ່ປະກອບ ຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຍົກບັນຫາຄວາມເປັນຈິງທີ່ເກີດຂື້ນ ຫຼື ບັນຫາທີ່ພົບເຫັນຢູ່ຂັ້ນ ທ້ອງຖິ່ນ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ໃນການຈັດຕັ້ງປະຕິບັດ ມາດຕະການປັບໃໝ ຕ່າງໆ ໃນໄລຍະຜ່ານມາ ຫຼື ບັນດາທ່ານມີຄຳຄິດເຫັນແຕກຕ່າງ ເພື່ອແລກປ່ຽນ, ທີ່ສອດຄ່ອງຕາມຄວາມເປັນຈິງ ກໍສາມາດສະເໜີໄດ້ ແລະ ຄະນະຮັບຜິດຊອບ ຈະນໍາໄປສັງລວມ, ຄົ້ນຄວ້າ, ພິຈາລະນາ; ກອງເລຂາ ຈົ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ບັນທຶກທຸກຄໍາຄິດຄໍາ ເຫັນໃຫ້ຄົບຖ້ວນ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃນການ ປັບປຸງສ້າງ ຮ່າງ ດຳລັດ ວ່າດ້ວຍການປັບ ໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການສ່ວຍສາອາກອນ ໃນຄັ້ງນີ້ໃຫ້ ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ຮັບປະກັນການຄຸ້ມຄອງ ໃນການຈັດຕັ້ງປະຕິບັດການເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ນັບມື້ເພີ່ມຂື້ນ ແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ໃຫ້ມີຜົນສໍາເລັດ ຕາມຄາດຫມາຍ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປ ກົງມາ ເຊິ່ງຍົກໃຫ້ເຫັນ ສະ ພາບການຈັດຕັ້ງປະຕິບັດຕົວຈິງ ຜົນສັກສິດບາງນິຕິກຳ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ເຫັນວ່າ ຍັງບໍ່ສອດຄ່ອງ ເທົ່າທີ່ຄວນ ເຮັດໃຫ້ບາງຫົວໜ່ວຍ ບໍ່ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ເທົ່າທີ່ຄວນ ຄາດວ່າ ຖ້າຮ່າງດຳລັດດັ່ງກ່າວ ໄດ້ຮັບການຮັບຮອງ ແລ້ວ ຈະເປັນບ່ອນອີງທີ່ດີ ເຮັດໃຫ້ການຄຸ້ມຄອງ ຈັດເກັບລາຍຮັບວຽກງານສ່ວຍສາອາກອນ ມີໃບໜ້າໃໝ່ ມີຜົນງານທີ່ດີຂຶ້ນເປັນກ້າວໆ ຢ່າງຍືນຍົງ.