• ກະຊວງການເງິນ
  • |
  • 2026-03-03
  • |
  • ວຽກວິຊາສະເພາະ

ໃນວັນທີ 2 ມີນາ 2026 ໄດ້ມີພິທີເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ ຫຼືວ່າ ລະບົບ TaxRIS ຊຸດທີ 01, ໂດຍການເປັນປະທານ ຂອງທ່ານ ອານຸວົງ  ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ເຊິ່ງມີນັກສຳມະນາກອນ ຈາກບັນດາເມືອງເປົ້າໝາຍເຂົ້າຮ່ວມ. ແຜນງານຝຶກອົບຮົມດັ່ງກ່າວແມ່ນນອນໃນໂຄງການ ປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3   ເຊິ່ງເປັນການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ.

ສໍາລັບແຜນການຈັດຝຶກອົບຮົມລະບົບ TaxRIS ໃນປີ 2026 ຕາມແຜນແມ່ນຈະຈັດເປັນ 08 ຊຸດ. ສຳລັບ ຊຸດທີ 1   ແມ່ນໄດ້ຈັດຝຶກໃຫ້ ແກ່ພະນັກງານ ສ່ວຍສາອາກອນຂັ້ນເມືອງ ແລະ ນະຄອນ ຈຳນວນ 20 ເມືອງ ຈາກແຂວງສະຫວັນນະເຂດ 15 ເມືອງ ແລະ ແຂວງອັດຕະປື 5 ເມືອງ ລວມທັງໝົດ 40 ຄົນ.

ໂອກາດນີ້,​ ທ່ານ ອານຸວົງ  ບົວພັນ ໄດ້ມີຄຳເຫັນວ່າ: ອີງໃສ່ສະພາບເງື່ອນໄຂ ໃນປະຈຸບັນ ເປັນຕົ້ນ ການປັບປຸງກົດໝາຍບາງສະບັບ ໃນແຕ່ລະໄລຍະ, ການຫັນເອົາວຽກງານເກັບລາຍຮັບຊັບສິນມາເຂົ້າໃນລະບົບ TaxRIS, ການປັບປຸງກົນໄກ ການແຈ້ງ-ມອບ ໃຫ້ມີຄວາມສະດວກ, ການຍົກລະດັບ ລະບົບໃຫ້ສາມາດເກັບກໍາຂໍ້ມູນໄດ້ກວ້າງຂວາງຂື້ນກວ່າເກົ່າ ເພື່ອນໍາໃຊ້ໃນການເຮັດ ວິເຄາະ-ວິໄຈ, ການເຊື່ອມຕໍ່ ລະບົບຕ່າງໆຈາກທັງພາຍນອກ ແລະ ກົມກອງ ພາຍໃນກະຊວງການເງິນ ເຊື່ອມກັບລະບົບ TaxRIS; ລະບົບ TaxRIS ຈຶ່ງໄດ້ຮັບການປັບປຸງ, ປ່ຽນແປງ ແລະ ຍົກລະດັບຂຶ້ນຕື່ມ ເພື່ອສາມາດຮອງຮັບກັບສະພາບເງື່ອນໄຂຕ່າງໆ ເພື່ອໃຫ້ມີຄວາມສອດຄ່ອງ ຕາມສະພາບການຈັດເກັບລາຍຮັບແຕ່ລະໄລຍະ.

ຊຸດຝຶກອົບຮົມ ໃນຄັ້ງນີ້ ກໍ່ແມ່ນເພື່ອແນ່ໃສ່ສ້າງຜູ້ຊຳນານງານ, ຜູ້ທີ່ນຳໃຊ້ຕົວຈິງ ທີ່ຈະເປັນຂົວຕໍ່ ໃນການຜັນຂະຫຍາຍບັນດາບົດຮຽນຕ່າງໆ ຂອງ ນັກວິທະຍາກອນ ເປັນເວລາ 5 ວັນ. ເຊິ່ງນັກສຳມະນາກອນ ແມ່ນໄດ້ຮຽນຮູ້ ລົງເລິກກ່ຽວກັບ ຈຸດທີ່ໄດ້ມີການປັບປຸງ ຫຼື ອັບເດດຂໍ້ມູນ: ການປັບປຸງຂໍ້ມູນຜູ້ເສຍອາກອນ; ການໂອນຫົວໜ່ວຍ; ການເບິ່ງສະຖິຕິ; ການອອກໃບແຈ້ງມອບ ອາກອນມູນຄ່າເພີ່ມ; ການອອກໃບແຈ້ງມອບລາຍຮັບຊັບສິນ (ຟອມ N); ການອອກໃບແຈ້ງມອບອາກອນປະເພດອື່ນໆ (ຟອມ M ທີ່ມີການປັບປຸງ ກົນໄກການປ້ອນຂໍ້ມູນເພີ່ມເຕີມ); ການເບິ່ງບົດລາຍງານ ຈາກແຕ່ລະໂມດູນ; ການດັດແກ້ ແລະ ຍົກເລີກໃບແຈ້ງ; ການຍົກເລີກຄ່າປັບໄໝຕ່າງໆ; ລວມທັງ ການອອກບົດບັນທຶກກວດກາ ແລະ ການດຶງເອົາຂໍ້ມູນ ຈາກລະບົບ ເພື່ອໄປເຮັດການກວດກາໄລ່ລຽງຕ່າງໆ.

ການຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 5 ວັນ, ຖ້າທຽບໃສ່ຫົວຂໍ້ທີ່ຈະຝຶກອົບຮົມ ຫວັງວ່າສຳມະນາກອນ ຈະເອົາໃຈໃສ່ ດ້ວຍຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ພ້ອມກັບ ສົນທະນາ ແລກປ່ຽນບົດຮຽນຂອງແຕ່ລະບັນຫາ ກັບນັກວິທະຍາກອນ ຢ່າງເລິກເຊິ່ງ, ໃຫ້ສາມາດເກັບກ່ຽວ ເອົາບົດຮຽນໄປນໍາໃຊ້ ແລະ ສາມາດຖ່າຍທອດຕໍ່ ໃຫ້ໄດ້ໝາກຜົນທີ່ສຸດ ແລະ ເຮັດໃຫ້ວຽກງານບໍລິການຜູ້ເສຍອາກອນ ຂອງພວກເຮົາ ເຂັ້ມແຂງ ຂື້ນເປັນກ້າວໆໄປ.

© 2025 Copyright: ກະຊວງການເງິນ, ສປປ ລາວ