ໃນວັນທີ 02 ມີນາ 2026, ກົມພາສີ ຮ່ວມກັບອົງການໄຈກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາ ວຽກງານບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການພັດທະນາຂີດຄວາມສາມາດ ເພື່ອອໍານວຍຄວາມສະດວກທາງການຄ້າໃຫ້ແກ່ປະເທດພາກພື້ນແມ່ນໍ້າຂອງ ໂດຍການເປັນປະທານຂອງ ທ່ານ ພົມມະຈັກ ສີພັນດອນ ຮອງຫົວໜ້າກົມພາສີ, ກະຊວງການເງິນ ມີ ຊ່ຽວຊານຈາກອົງການໄຈກາ (JICA), ນັກວິທະຍາກອນຈາກກົມພາສີຍີ່ປຸ່ນ ແລະ ເຈົ້າໜ້າທີ່ພາສີໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຄຸ້ມຄອງ ວຽກງານບໍລິຫານຄວາມສ່ຽງ ຂອງລັດຖະການພາສີ ສປປ ລາວ ແລະ ພາສີຍີ່ປຸ່ນ. ການນຳໃຊ້ລະບົບຄຸ້ມຄອງ ຂໍ້ມູນປະຫວັດຄ່າຄວາມສ່ຽງ (SCS): ເຊິ່ງເປັນລະບົບທີ່ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ດ່ານພາສີຊາຍແດນທົ່ວປະເທດ ຕາມແຈ້ງການຂອງກົມພາສີ ສະບັບເລກທີ 11311/ກພສ, ລົງວັນທີ 25 ກັນຍາ 2024. 
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ ຜູ້ຊໍານານງານ ຈາກກົມພາສີຍີ່ປຸ່ນ ເຊິ່ງໄດ້ມີການຖ່າຍທອດບົດຮຽນກ່ຽວກັບຫຼັກການ ແລະ ວິທີການບໍລິຫານຄວາມສ່ຽງ ເພື່ອຫຼຸດຜ່ອນການລັກລອບໜີພາສີ ພ້ອມທັງແລກປ່ຽນບົດຮຽນໂດຍອີງໃສ່ປະສົບການຕົວຈິງຈາກປະເທດຍີ່ປຸ່ນ ເຊິ່ງຈະດຳເນີນໄປເປັນເວລາ 4 ວັນເຕັມ (ນັບແຕ່ວັນທີ 02-05 ມີນາ 2026).
ໂອກາດນີ້, ທ່ານ ພົມມະຈັກ ສີພັນດອນ ຮອງຫົວໜ້າກົມພາສີ, ກະຊວງການເງິນ ໄດ້ເນັ້ນໜັກໃຫ້ບັນດາ ຄະນະເຮັດວຽກ ແລະ ເຈົ້າໜ້າທີ່ພາສີ ຈົ່ງປະກອບຄຳຄິດຄຳເຫັນຕໍ່ກັບຂໍ້ສະດວກ ແລະ ຂໍ້ຄົງຄ້າງຂອງການນຳໃຊ້ລະບົບ SCS ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນພື້ນຖານສຳຄັນໃນການປັບປຸງ ແລະ ພັດທະນາລະບົບດັ່ງກ່າວໃຫ້ມີຄວາມສະດວກ, ທັນສະໄໝ, ໃຫ້ສອດຄ່ອງກັບການປະຕິບັດວຽກງານຕົວຈິງຢູ່ດ່ານພາສີຫຼາຍຂື້ນ ໂດຍບົດຮຽນຄັ້ງນີ້, ຖືເປັນບາດກ້າວສຳຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບໍລິຫານຄວາມສ່ຽງຂອງກົມພາສີ ຄຽງຄູ່ກັນນັ້ນ ຍັງເປັນການເສີມຂະຫຍາຍການຮ່ວມມືຂອງວຽກງານພາສີຂອງທັງສອງປະເທດ.