ໃນລະຫວ່າງ ວັນທີ 26-27 ກຸມພາ 2026, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະຖິຕິທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ຫົວຂໍ້: "ຍົກສູງຄຸນນະພາບການຜະລິດ-ການເຜີຍແຜ່ຂໍ້ມູນສະຖິຕິ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ, ທັນສະໄໝ, ສີຂຽວ ແລະ ຍືນຍົງ" ໂດຍການເປັນປະທານຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງການເງິນ, ຂະແໜງການອ້ອມຂ້າງ ແລະ ຜູ້ແທນຈາກບັນດາແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ຕີລາຄາຄືນວຽກງານສະຖິຕິທີ່ມີເນື້ອໃນສໍາຄັນດັ່ງນີ້:
1. ສະຫຼຸຸບຫຍໍ້ການຈັດຕັ້ງປະຕິບັດວຽກງານສະຖິຕິແຫ່ງຊາດປະຈໍາປີ 2025 ແລະ ທິດທາງແຜນການປີ 2026;
2. ການຜ່ານຮ່າງ ຂໍ້ຕົກລົງວ່າດ້ວຍການລາຍງານ ແລະ ເຜີຍແຜ່ສະຖິຕິທາງການ (ສະບັບປັບປຸງ);
3. ແຜນງານໂຄງການປັບປຸງລະບົບສະຖິຕິຂັ້ນທ້ອງຖິ່ນ;
4. ສະຫຼຸຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດພາກສະໜາມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V, ແນະນໍາການສະຫຼຸບລາຍງານການໃຊ້ຈ່າຍການເງິນ ແລະການຍ້ອງຍໍຊົມເຊີຍບຸກຄົນ ແລະການຈັດຕັ້ງທີ່ດີເດັ່ນ;
5. ການຈັດຕັ້ງຜັນຂະຫຍາຍວຽກງານຈຸດສຸມປີ 2026 ດ້ານເສດຖະກິດ,ສັງຄົມ, ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ;
6. ແຜນການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ່ IV;
7. ການຫັນເປັນທັນສະໄໝການເຊື່ອມໂຍງຂໍ້ມູນສະຖິຕິ;
8. ການຜ່ານຮ່າງຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026 ຫາ 2035 ແລະ ວິໃສທັດ 2040 ແລະແຜນການປັບປຸງກົດໝາຍວ່າດ້ວຍສະຖິຕິ.
ກອງປະຊຸມຄັ້ງນີ້ ຍັງໄດ້ນໍາສະເໜີວຽກງານສະຖິຕິກ່ຽວກັບໂຄງການປັບປຸງສະຖິຕິຂັ້ນທ້ອງຖິ່ນ ແລະ ໂຄງການເຊື່ອມໂຍງຖານຂໍ້ມູນ 02 ຂົງເຂດຄື: ສະຖິຕິິການຄ້າດ້ານສິນຄ້າ ແລະ ສະຖິຕິທະບຽນວິສາຫະກິດ, ນອກນັ້ນ ຍັງໄດ້ມີການຄົ້ນຄວ້າປຶກສາຫາລືກ່ຽວກັບ:
• ການສ້າງຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040.
• ການປັບປຸງກົດໝາຍວ່າດ້ວຍສະຖິຕິ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່.
• ການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາຂະແໜງການເງິນ 2026-2030.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຂະແໜງສະຖິຕິຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ພະນັກງານວິຊາການທົ່ວຂະແໜງການ ສຸມໃສ່ບາງບັນຫາທີ່ສຳຄັນຄື:
1. ຍົກສູງຄຸນນະພາບ ແລະ ຄວາມທັນເວລາ: ເນັ້ນໃຫ້ຍົກສູງຄຸນນະພາບການເກັບກຳ, ການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການວາງນະໂຍບາຍ ແລະ ການຕິດຕາມ-ປະເມີນຜົນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
2. ການເປັນທັນສະໄໝ: ຊຸກຍູ້ການນຳໃຊ້ເຕັກໂນໂລຊີເຂົ້າໃນການສ້າງຖານຂໍ້ມູນໃຫຍ່ (Big Data) ແລະ ການເຊື່ອມໂຍງຖານຂໍ້ມູນລະຫວ່າງຂະແໜງການ-ທ້ອງຖິ່ນ ໃຫ້ເປັນລະບົບດຽວກັນ.
3. ພັດທະນາສະຖິຕິແບບໃໝ່: ໃຫ້ຄົ້ນຄວ້າ ແລະ ພັດທະນາປະເພດສະຖິຕິໃໝ່ ເປັນຕົ້ນແມ່ນ ສະຖິຕິສິ່ງແວດລ້ອມ, ສະຖິຕິຄວາມໝັ້ນຄົງ ແລະ ຖານຂໍ້ມູນທະບຽນສະຖິຕິຕ່າງໆ ທີ່ຕິດພັນກັບການຫັນເປັນທັນສະໄໝ.
4. ສ້າງບຸກຄະລາກອນທີ່ມີຈັນຍາບັນ: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານມີຄວາມຈົງຮັກພັກດີ, ມີຈັນຍາບັນໃນອາຊີບ ແລະ ຮັບປະກັນຄວາມໂປ່ງໃສຂອງຕົວເລກສະຖິຕິຍ້ອນ "ຂໍ້ມູນທີ່ຜິດພາດ ຈະນຳໄປສູ່ການຕັດສິນໃຈທີ່ຜິດທິດທາງ".
5. ສຳເລັດວຽກງານຈຸດສຸມ: ເລັ່ງສະຫຼຸບ ແລະ ເຜີຍແຜ່ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ພ້ອມທັງກະກຽມດຳເນີນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ IV ໃນປີ 2026 ໃຫ້ສຳເລັດຕາມແຜນການ.
ໃນຕອນທ້າຍ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.