ໃນວັນທີ 24-25 ກຸມພາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບອົງການຮ່ວມມືສາກົນ ຍີປຸ່ນ (JICA) ໄດ້ສືບຕໍ່ຈັດກອງປະຊຸມ ກ່ຽວກັບການ ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ກ່ຽວກັບ “ໂຄງການປັບປຸງຂີດຄວາມສາມາດໃນການບໍລິຫານວຽກງານສ່ວຍສາອາກອນ ຂອງ ສປປ ລາວ” ທີ່ເເຂວງຈໍາປາສັກ ພາຍໃຕ້ແຜນງານການຮ່ວມມືຂອງອົງການ JICA ໂດຍການເປັນປະທານຮ່ວມຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ເທສຶຢາ ຄູເກະ (Tetsuya KUGE) ຊ່ຽວຊານໂຄງການ JICA ປະຈໍາກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ; ມີບັນດາພະແນກການທີ່ກ່ຽວຂ້ອງຈາກກົມສ່ວຍສາອາກອນ ພ້ອມດ້ວຍສ່ວຍສາອາກອນ ປະຈໍາແຂວງຈໍາປາສັກ, ນະຄອນປາກເຊ, ເມືອງໂພນທອງ, ເມືອງປາກຊ່ອງ ເເລະ ເມືອງບາຈຽງ ເຂົ້າຮ່ວມ. 
ໃນກອງປະຊຸມ, ທ່ານ ອານຸວົງ ບົວພັນ ໃຫ້ຮູ້ວ່າ: ກົມສ່ວຍສາອາກອນ ໄດ້ຮັບການສະໜັບສະໜູນໃຫ້ມີໂຄງການປະຈຳຊ່ວຍໜູນທາງດ້ານວິຊາການ ພາຍໃຕ້ແຜນງານຮ່ວມມືຂອງອົງການຮ່ວມມືສາກົນ JICA ນັບແຕ່ປີ 2017 ເປັນຕົ້ນມາ. ປັດຈຸບັນ ແມ່ນໂຄງການ JICA ກໍາລັງດໍາເນີນໂຄງການໄລຍະໃໝ່ ເລີ່ມ ປີ 2025-2028 ໂດຍເນັ້ນເພີ່ມຄວາມອາດສາມາດໃນການບໍລິຫານວຽກງານສ່ວຍສາອາກອນຂອງ ສປປ ລາວ. 

ພ້ອມດຽວກັນນີ້, ທ່ານ ເທສຶຢາ ຄູເກະ (Tetsuya KUGE) ຊ່ຽວຊານໂຄງການ JICA ປະຈໍາກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ໄດ້ນໍາສະເໜີ ແລະ ແລກປ່ຽນກັບສ່ວຍສາອາກອນປະຈໍາເເຂວງ ຈຳປາສັກ ກ່ຽວກັບ ຊ່ອງຫວ່າງການປະຕິບັດລະບຽບກົດໝາຍ ແລະ ຊ່ອງຫວ່າງຈາກການບໍລິຫານຄຸ້ມຄອງວຽກງານສ່ວຍສາອາກອນ ປະຈຳເເຂວງຈຳປາສັກ ເພື່ອສຶກສາຄົ້ນຄວ້າ ມາປະກອບໃສ່ເເຜນດຳເນີນໂຄງການໃນໄລຍະທີ 2 ນີ້.