ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ວຽກງານຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ປະຈໍາປີ 2026 ຂອງແຂວງ ຫຼວງນໍ້າທາ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
ໃນລະຫວ່າງວັນທີ 23-25 ກຸມພາ 2026 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕິ ກະຊວງການເງິນ ໄດ້ລົງຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ດ່ານພາສີສາກົນ, ສາງເກັບມ້ຽນສິນຄ້າ ຮ່ວມກັບ ຄະນະຫ້ອງການ, ຄະນະກົມ, ຄະນະຄຸ້ມຄອງເຂດ, ຄະນະຄຸ້ມຄອງດ່ານພາສີສາກົນ ແລະ ຂະແໜງການກ່ຽວຂ້ອງ. ນອກນັ້ນ, ທ່ານ ຍັງລົງຕິດຕາມ, ຊຸກຍູ້ຈຸດທີ່ຈະສ້າງຫ້ອງກວດກາຄຸນນະພາບແຮ່ທາດ ແລະ ລະບົບສາງສິນຄ້າ ຢູ່ ສະຖານີລົດໄຟນາເຕີຍ ພ້ອມທັງລົງຕິດຕາມ 02 ໂຄງການ ຄື: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ 3 ແຍກ ບ້ານໃໝ່ ເມືອງ ຫຼວງນໍ້າທາ ຫາ ເມືອງນາແລ ແຂວງຫຼວງນໍ້າທາ (ບ້ວງເປົ້າໝາຍ ສະເພາະ); ໂຄງການກໍ່ສ້າງອ່າງຮັບນໍ້າປ້ອງກັນໄພພິບັດ ຕ້ານແລ້ງ-ຕ້ານຖ້ວມ ເມືອງຫຼວງນໍ້າທາ, ແຂວງ ຫຼວງນໍ້າທາ (ໂຄງການບູລິມະສິດຂອງລັດຖະບານ) ແລະ ສະພາບການພັດທະນາເຂດເສດຖະກິດພິເສດບໍ່ເຕັນແດນງາມ.
ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ ທີ່ ຫ້ອງວ່າການປົກຄອງແຂວງ ເພື່ອລາຍງານຜົນການສໍາຫຼວດ ສະພາບການຈັດຕັ້ງປະຕິບັດຂອງບັນດາໂຄງການ ພ້ອມທັງ ປຶກສາຫາລື ແຜນພັດທະນາໃນຕໍ່ໜ້າ ແລະ ຊຸກຍູ້ວຽກງານທັນສະໄໝໃນການຈັດເກັບລາຍຮັບ.
ໃນວາລະດຽວກັນ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼງຂະແໜງການເງິນແຂວງ ແລະ ດໍາເນີນກອງປະຊຸມ ຮ່ວມກັບ ບັນດາພະແນກ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ.
ໂອກາດນີ້ ທ່ານ ປອ ຄໍາແກ້ວ ຈັນທະວົງ ກໍາມະການປະຈໍາພັກ ຫົວໜ້າພະແນກການເງິນແຂວງ ຫຼວງນໍ້າທາ ລາຍງານສະພາບຈຸດພິເສດ ແລະ ການຈັດຕັ້ງປະຕິບັດວຽກງານການເງິນທີ່ພົ້ນເດັ່ນຂອງແຂວງໂດຍຫຍໍ້: ແຂວງຫຼວງນໍ້າ ມີຊາຍແດນຕິດ ສປ ຈີນ, ມຽນມ້າ, ເນື້ອທີ່ສ່ວນໃຫຍ່ເປັນພູດອຍ 85% ແລະ ທົ່ງພຽງ 15%, ມີປະຕູດ່ານ 5 ດ່ານ ຄື: ດ່ານສາກົນ 2 ດ່ານ, ດ່ານທ້ອງຖິ່ນ 2 ດ່ານ ແລະ ດ່ານປະເພນີ 1 ດ່ານ, ມີ ເສັ້ນທາງລົດໄຟລາວ-ຈີນ ສອງສະຖານີ ເຊິ່ງເປັນໂຄງການ ທີ່ສໍາຄັນຂອງການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ເຊິ່ງໄດ້ຊ່ວຍໃຫ້ ແຂວງຫຼວງນໍ້າທາ ເຊື່ອມຕໍ່ເຂົ້າເຖິງບັນດາປະເທດໃນພາກພື້ນ, ມີເສັ້ນທາງ R3A ເຊິ່ງເປັນແຂວງ ທີ່ມີປະຕູທາງຜ່ານ ຕາມແລວທາງເສດຖະກິດແຕ່ເໜືອ-ໃຕ້ ແລະ ເສດຖະກິດຕາເວັນອອກ, ມີແມ່ນໍ້າຂອງເປັນເສັ້ນທາງຂົນສົ່ງທາງນໍ້າທີ່ສໍາຄັນລະດັບອານຸພາກພື້ນລະຫວ່າງ ລາວ-ໄທ, ມຽນມ້າ ແລະ ສປ ຈີນ ເຊິ່ງເປັນທ່າແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງກໍ່ຄືການ ຈັດເກັບລາຍຮັບເຂົ້າງົບປະມານຂອງລັດ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມວ່າ: ໃຫ້ຮີບຮ້ອນຈັດຕັ້ງປະຕິບັດແຜນໂດຍໄວ ເພື່ອເປັນການກະຕຸ້ນເສດຖະກິດແຕ່ຫົວທີ; ຄົ້ນຄວ້າສ້າງແຜນການລົງທຶນຂອງລັດໃນຕໍ່ໜ້າ ໃຫ້ຈັດສັນທຶນຕາມຄວາມສາມາດຕົວຈິງຂອງງົບປະມານ, ຫຼີກລ່ຽງການຈັດສັນແບບສະເລ່ຍ, ໃຫ້ໄປຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ຕ້ອງມີຈຸດສຸມ ໂດຍໃຫ້ສອດຄ່ອງຕາມແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ເນັ້ນໃສ່ສ້າງໂຄງລ່າງພື້ນຖານໃຫ້ແກ່ ຂົງເຂດທີ່ມີຜົນຕອບແທນທາງດ້ານເສດຖະກິດສູງ, ຂົງເຂດການຜະລິດ ແລະ ການທ່ອງທ່ຽວ, ເຂດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ເອົາໃຈໃສ່ໃນການປະຕິບັດ ການຈັດຊື້-ຈັດຈ້າງ ໃຫ້ໄປຕາມກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ; ໃຫ້ແຂວງເປັນເຈົ້າການດໍາເນີນການກວດກາຄືນໂຄງການທີ່ປະຕິບັດໄປແລ້ວນັ້ນຫາກໂຄງການໃດບໍ່ມີປະສິດທິພາບ ແລະ ປະສິດທິຜົນ, ການປະຕິບັດໜ້າວຽກຊັກຊ້າ ໂຄງການໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈໍາເປັນແມ່ນໃຫ້ແຂວງຄົ້ນຄວ້ານໍາສະເໜີຍົກເລີກໂຄງການຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ເພື່ອຫຼີກເວັ້ນບໍ່ໃຫ້ມີການສ້າງໜີ້ສິນເພີ່ມຕື່ມ.