ໂອກາດນີ້, ທ່ານ ທະວີສັກ ໄຊຍະວົງ ຫົວໜ້າພະແນກການເງິນແຂວງໄຊຍະບູລີ, ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ ປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມຂອງການພັດທະນາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງໄຊຍະບູລີ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອົງການປົກຄອງແຂວງທຸກຂັ້ນເຮັດໃຫ້ເສດຖະກິດມີການຂະຫຍາຍ ຕົວຢູ່ໃນລະດັບ 5.3% ລື່ນຄາດໝາຍ 0.3%, ລວມຍອດຜະລິດຕະພັນພາຍໃນບັນລຸ 24,000 ຕື້ກ່ວາກີບ, ສະເລ່ຍຕໍ່ຫົວຄົນບັນລຸ 2.567 ໂດລາສະຫະລັດ; ດ້ານລາຍຮັບໃນປີ 2025 ແຂວງໄຊຍະບູລີໄດ້ຮັບຕົວເລກແຜນລາຍຮັບລວມທັງພູດສູນກາງປະຕິບັດຢູ່ທ້ອງຖິ່ນລວມແຜນດັດແກ້ທັງໝົດ 2,767.26 ຕື້ກີບ, ທຽບໃສ່ແຜນປີຜ່ານມາເພີ່ມຂຶ້ນ 32.07% ເປັນເງິນ 672.08 ຕື້ກີບ, ແຕ່ປະຕິບັດໄດ້ທັງໝົດ 2,749.16 ຕື້ກີບເທົ່າກັບ 99.78% ຂອງແຜນດັດແກ້. ໃນນີ້,ພູດສູນກາງປະຕິບັດຢູ່ທ້ອງຖິ່ນແຜນການ 1,355.20 ຕື້ກີບ, ປະຕິບັດໄດ້ 1,232.44 ຕື້ກີບເທົ່າກັບ 90.94% ຂອງແຜນການປີ; ລາຍຮັບພາຍໃນແຂວງແຜນດັດແກ້ທັງໝົດ 1,412.06 ຕື້ກີບ; ປະຕິບັດໄດ້ທັງໝົດ 1,516.73 ຕື້ກີບ,ເທົ່າກັບ 108.33% ຂອງແຜນດັດແກ້, ລື່ນແຜນ 8,33% (ເປັນເງິນລື່ນແຜນ 104.67 ຕື້ກີບ). ນອກນີ້, ໄດ້ສຸມໃສ່ການຄຸ້ມຄອງຖານຂໍ້ມູນຫັນເປັນທັນສະໄໝ,ການມອບລາຍຮັບທີ່ຕິດພັນກັບສ່ວຍສາອາກອນ ແລະ ຊັບສິນ,ການຫັນເປັນທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບ, ຫົວໜ່ວຍທຸລະກິດ ແລະ ທິດທາງແຜນວຽກຈຸດສຸມໃນປີ 2026. ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍມາຍັງຄະນະພັກຄະນະນຳຂອງແຂວງ, ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ ຊິດຕໍ່ກັບຜົນສຳເລັດດັ່ງກ່າວ; ພ້ອມນີ້, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນບາງບັນຫາຕິດພັນກັບການພັດທະນາເສດຖະກິດ ແລະ ຂະແໜງການເງິນ, ເພື່ອເປັນທິດທາງນໍາໄປຄົ້ນຄ້ວາ,ຜັນຂະຫຍາຍເປັນອັນລະອຽດ, ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆທີ່ໄດ້ວາງໄວ້, ຍົກສູງຄວາມເປັນເຈົ້າທາງດ້ານເສດຖະກິດ, ຕາມທິດການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.


