ກ່ອນວາລະດຳເນີນກອງປະຊຸມ, ທ່ານ ສັນຕິພາບ ພົມວິຫານ ໄດ້ເຂົ້າພົບປະກັບທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ພ້ອມທັງໄດ້ແຈ້ງສະພາບໂດຍລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ກ່ຽວກັບການຈັດເກັບລາຍຮັບຂອງແຂວງ, ວຽກງານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຫຼວງພະບາງ. ຫຼັງຈາກນັ້ນ, ໄດ້ສືບຕໍ່ດໍາເນີນກອງປະຊຸມພ້ອມທັງໄດ້ຮັບຟັງການລາຍງານຈາກຫ້ອງການສໍາຫຼວດຂັ້ນແຂວງ, ພະແນກການເງິນແຂວງຫຼວງພະບາງໃນນາມຫ້ອງການສໍາຫຼວດຂັ້ນແຂວງ, ຜູ້ຮັບຜິດຊອບໃນການຈັດຕັ້ງ ປະຕິບັດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ຂອງແຂວງຫຼວງພະບາງ, ທົ່ວແຂວງມີເຂດສໍາຫຼວດທັງໝົດ 483 ເຂດ, ໂດຍປະກອບນັກເດີນສໍາຫຼວດນັກກວດກາທັງໝົດ 620 ທ່ານ. ໃນນີ້, ມີນັກເດີນສໍາຫຼວດ 483 ທ່ານ, ນັກກວດກາ 173 ທ່ານ ແລະ ໄດ້ແບ່ງນັກເດີນສໍາຫຼວດ, ນັກກວດກາແຕ່ລະບັນດາເມືອງ, ໂດຍອີງໃສ່ແຜນການຈັດຕັ້ງປະຕິບັດຂອງສູນກາງກຳນົດໃຫ້ນັກເດີນສໍາຫຼວດ 1 ທ່ານຮັບຜິດຊອບ 1 ເຂດ, ການສໍາພາດສະເລ່ຍ 8 ຄົວເຮືອນ/ມື້,ໂດຍພື້ນຖານໄດ້ມີການກວດແກ້ຂໍ້ມູນຄືນມາຮອດປັດຈຸບັນສຳເລັດຮ້ອຍສ່ວນຮ້ອຍ. ແຂວງຫຼວງພະບາງມີເຂດສໍາຫຼວດທັງໝົດ 483 ເຂດ, ທີ່ຢູ່ອາໄສ 193,623 ທີ່ຢູ່ອາໄສ, ສໍາພາດເກັບກໍາມູນມູນສໍາເລັດແລ້ວ 192,589 ທີ່ຢູ່ອາໄສ, ເທົ່າກັບ 99.46 ສ່ວນຮ້ອຍ, ມີພົນລະເມືອງທັງໝົດ 470,864 ຄົນ, ຊາຍ 243,392 ຄົນ.ໃນນີ້, ບໍ່ໄດ້ນັບລວມສອງກໍາລັງ ແລະ ບຸກຄົນທີ່ໄປເຄື່ອນໄຫວດໍາລົງຊີວິດຢູ່ຕ່າງປະເທດເກີນ 6 ເດືອນຂຶ້ນໄປ; ສໍາລັບການລົງສໍາຫຼວດເກັບກຳຂໍ້ມູນຄືນຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທົ່ວແຂວງມີເຂດສໍາຫຼວດທັງໝົດ 144 ເຂດ ແລະ ໄດ້ນໍາໃຊ້ນັກເດີນສໍາຫຼວດນັກກວດກາທັງໝົດ 219 ທ່ານ. ໃນນັ້ນ, ມີນັກເດີນສໍາຫຼວດ 144 ທ່ານ, ນັກກວດກາ 75 ທ່ານໄດ້ເລີ່ມລົງສໍາຫຼວດແຕ່ວັນທີ 31 ມັງກອນ ຫາ 9 ກຸມພາ 2026 ແມ່ນສໍາເລັດຕາມກຳນົດເວລາ. ພ້ອມນີ້, ໄດ້ຮັບຟັງການປະກອບຄຳຄິດຄໍາເຫັນ, ການລາຍງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຫຼວງພະບາງ, ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນຖອດຖອນໄດ້ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພາຍຫຼັງສຳເລັດກອງປະຊຸມ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ພ້ອມດ້ວຍຄະນະໄດ້ລົງ ເກັບກຳຂໍ້ມູນພາກສະໜາມຢູ່ບ້ານໂພສີ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ນໍາອີກດ້ວຍ. 


