ໃນລະຫວ່າງວັນທີ 10-12 ກຸມພາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະ ມົນຕີກະຊວງການເງິນ,ພ້ອມດ້ວຍຄະນະບັນດາກົມຂອງກະຊວງການເງິນ, ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຢູ່ແຂວງຫຼວງພະບາງ, ໂດຍການຕ້ອນຮັບຮ່ວມເປັນປະທານກອງປະຊຸມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ; ມີຄະນະນໍາພະແນກການເງິນ, ບັນດາຄະນະພະແນກການຂົງເຂດເສດຖະກິດຂອງແຂວງ, ພະນັກ ງານ ຫຼັກແຫຼ່ງຂະແໜງການເງິນຂອງແຂວງເຂົ້າຮ່ວມ. ກ່ອນວາລະດຳເນີນກອງປະຊຸມ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ, ໄດ້ເຂົ້າພົບປະຢ້ຽມຢາມທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ. ຫຼັງຈາກນັ້ນ, ໄດ້ສືບຕໍ່ກອງປະຊຸມພົບປະໂອ້ລົມພະນັກງານຫຼັກແຫຼ່ງຂະແໜງການເງິນ, ພ້ອມທັງໄດ້ຮັບຟັງການລາຍງານຈາກທ່ານ ຄໍາເພັດ ສີລາທອງນິດ ຮອງຫົວໜ້າພະແນກການເງິນແຂວງຫຼວງພະບາງ ໂດຍສັງເຂບກ່ຽວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2025 ແລະທິດທາງປີ 2026 ໂດຍໄດ້ຍົກໃຫ້ເຫັນທ່າແຮງບົ່ມຊ້ອນຂອງແຂວງໃນແຕ່ລະດ້ານທີ່ເປັນປັດໄຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວ, ແຜນງົບປະມານສາມາດປະຕິບັດຕາມແຜນການ ແລະ ລື່ນແຜນ, ເສດຖະກິດຂອງແຂວງຂະຫຍາຍຕົວ 6.1%, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 20,368 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 42.1 ລ້ານກີບ/ຄົນ ຫຼື ເທົ່າກັບ 1,932 ໂດລາສະຫະລັດ. ດ້ານຕົວເລກລາຍຮັບທັງໝົດສູນກາງ ແລະ ທ້ອງຖິ່ນ, ແຜນການປີ 1,232.21 ຕື້ກີບ, ສາມາດປະຕິບັດໄດ້ 1,689.00 ຕື້ກີບເທົ່າກັບ 137.07% ຂອງແຜນປີ. ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 83.75 ຕື້ກີບເທົ່າກັບ 168% ຂອງແຜນປີ; ລາຍຮັບພູດທ້ອງຖິ່ນທັງໝົດຂອງແຜນ 1,182 ຕື້ກີບປະຕິບັດໄດ້ 1,605 ຕື້ກີບເທົ່າກັບ 135.76% ຂອງແຜນການປີ; ສ່ວນລາຍຈ່າຍສາມາດປະຕິບັດໄດ້ 1,340 ຕື້ກີບເທົ່າກັບ 98.7% ຂອງແຜນການອະນຸມັດຈ່າຍ ແລະຍັງສາມາດການດຸ່ນດ່ຽງໃຫ້ສູນກາງໄດ້ 65.94 ຕື້ກີບເທົ່າກັບ 114% ຂອງແຜນການປີ. ນອກນີ້, ໄດ້ສຸມໃສ່ການຄຸ້ມຄອງຖານຂໍ້ມູນຫັນເປັນທັນສະໄໝຄຸ້ມຄອງເກັບລາຍຮັບຈາກຄ່າເຊົ່າ-ສໍາປະທານ,ຄຸ້ມຄອງເກັບລາຍຮັບຈາກຫົວໜ່ວຍທີ່ສູນກາງມອບໃຫ້ແຂວງຫຼວງພະບາງຄຸ້ມຄອງ ແລະ ໄດ້ລົງສໍາຫຼວດຖານລາຍຮັບຢູ່ນະຄອນຫຼວງພະບາງ, ເມືອງນໍ້າບາກ ແລະ ກວດກາຢູ່ໃນລະບົບ ERC ມາຮອດປັດຈຸບັນມີຂໍ້ມູນຖານລາຍຮັບຢູ່ໃນລະບົບ TaxRISຄຸ້ມຄອງທັງໝົດ 14,860 ຫົວໜ່ວຍທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,205 ຫົວໜ່ວຍເທົ່າກັບ 10,3%ແລະ ໄດ້ຊຸກຍູ້ບັນດາຂະແໜງການຄ້າ, ການຜະລິດ, ຄຸ້ມຄອງຖານຂໍ້ມູນຈັດເກັບຄ່າທໍານຽມທາງດ້ວຍລະບົບທັນສະໄໝ RTMS, ຫັນບັນດາຫົວໜ່ວຍທຸລະກິດເຂົ້າລະບົບ ອມພ, ສຸມໃສ່ການຕິດຕັ້ງໃບເກັບເງິນແບບອີເລັກໂທນິກ (E-TAX-invoice) ໃຫ້ຫົວໜ່ວຍທຸລະກິດໄລຍະທີ 1 ໄດ້ 716 ຫົວໜ່ວຍ. ໂອກາດນີ້, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍມາຍັງຄະນະພັກຄະນະນຳຂອງແຂວງຫຼວງພະບາງ, ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ ຊິດຕໍ່ກັບຜົນສຳເລັດດັ່ງກ່າວ.ພ້ອມນີ້,ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນບາງບັນຫາຕິດພັນກັບການພັດທະນາເສດຖະກິດ ແລະ ຂະແໜງການເງິນ, ເພື່ອເປັນທິດທາງນໍາໄປຄົ້ນຄ້ວາ, ຜັນຂະຫຍາຍເປັນອັນລະອຽດ,ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆທີ່ໄດ້ວາງໄວ້,ຍົກສູງຄວາມເປັນເຈົ້າທາງດ້ານເສດຖະກິດ, ຕາມທິດການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ພາຍຫຼັງສຳເລັດກອງປະຊຸມ,ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງໄປຊຸກຍູ້, ຕິດຕາມການນໍາໃຊ້ລະບົບຄຸ້ມຄອງໃບເກັບເງິນອາກອນແບບເອເລັກໂຕຣນິກ (E-Tax-invoice) ຂອງບັນດາຮ້ານຄ້າຕົວແບບຈໍານວນໜຶ່ງຢູ່ເມືອງຫຼວງພະບາງ ແຂວງຫຼວງພະບາງ ອີກດ້ວຍ. 


