• ກະຊວງການເງິນ
  • |
  • 2026-02-23
  • |
  • ວຽກຮ່ວມມື

ໃນວັນທີ 19 ກຸມພາ 2026 ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ  ຕ້ອນຮັບການເຂົ້າພົບປະຂອງທ່ານ ບັກໂຣເດັຍ ອາມສ໌ຕອງ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. 

        ທ່ານ ບັກໂຣເດັຍ ອາມສ໌ຕອງ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ແຈ້ງຈຸດປະສົງ ແລະ ລາຍງານຜົນສຳເລັດ ໃນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ລະຫວ່າງ ກະຊວງສາທາລະນະສຸກ ກໍຄືອົງການອະນາໄມໂລກ ປະຈຳ ລາວ ໃນໄລຍະຜ່ານມາສ້າງຂຶ້ນພາຍໃຕ້ກອບແຜນງານການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UNSDCF) ໄລຍະ 05 ປີ (2022-2026) ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ (2021-2025). ໂດຍອີງໃສ່ ຍຸດທະສາດການຮ່ວມມື ລະຫວ່າງ ກະຊວງສາທາລະນະສຸກ/ອົງການອະນາໄມໂລກ ປະຈຳລາວ (2024-2028) ເຊີ່ງປະກອບມີ 3 ວຽກບູລະມະສິດຄື: 1) ສົ່ງເສີມລະບົບສາທາລະນະສຸກທີ່ຍືນຍົງ ແລະ ມີຄວາມເຂັ້ມແຂງ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ; 2) ປົກປ້ອງສຸຂະພາບຂອງປະຊາຊົນຈາກພະຍາດຕ່າງໆ ແລະ ເຫດການສຸກເສີນດ້ານສາທາລະນະສຸກ; ແລະ 3) ການປົກປ້ອງສຸຂະພາບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ໄພຂົ່ມຂູ່ທາງສິ່ງແວດລ້ອມ. 

        ໃນໂອກາດດັ່ງກ່າວ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການອານາໄມໂລກ ໃນການສະໜັບສະໜູນ, ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ, ການຮ່ວມື ແລະ ການລະດົມຂົນຂວາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ ບໍ່ວ່າຈະເປັນດ້ານທຶນຮອນ ແລະ ເຕັກນິກວິຊາການເຂົ້າໃນການພັດທະນາ ສປປ ລາວ  ໂດຍສະເພາະການສຶບຕໍ່ສະໜັບສະໜູນຊ່ວຍເຫຼືອໃນຫຼາຍໆດ້ານຕື່ມອີກໃນອານາຄົດ ຕາມການຮ່ວມມື້ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງລາວ. 

© 2025 Copyright: ກະຊວງການເງິນ, ສປປ ລາວ