ໃນວັນທີ 20ກຸມພາ 2026 ທີ່ນະຄອນຫຼວງວຽງຈັນ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ເປີດກອງປະຊຸມປຶກສາຫາລືລະດັບວິຊາການ ກ່ຽວກັບຮ່າງເອກະສານແຜນງານການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP-CPD) ສົກປີ2027-2031 ໂດຍການເປັນປະທານ ຂອງ ທ່ານ ປອ ວົງຄໍາແຫງ ວົງທະຈັກ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນຮ່ວມກັບ ທ່ານ ນາງ ມາຕິນ ເທີເຣີ (Martine Therer), ຜູ້ຕາງໜ້າອົງການ UNDPປະຈຳ ສປປ ລາວ. ໂດຍການເຂົ້າຮ່ວມຈາກສະພາແຫ່ງຊາດ, ຄະນະຈັດຕັ້ງສູນກາງພັກ, ສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ຂະແໜງການທີ່ກ່ຽວຂ້ອງ ແລະ ທິມງານຈາກອົງການ UNDP. ກອງປະຊຸມຄັ້ງນີ້ແມ່ນຮ່ວມກັນປຶກສາຫາລື ແລະ ກຳນົດທິດທາງຍຸດທະສາດຮ່ວມກັນ ສໍາລັບໄລຍະ 5 ປີຕໍ່ໜ້າ ໂດຍສຸມໃສ່ກຳນົດແຜນງານ ທີ່ສອດຄ່ອງກັບແຜນງົບປະມານຢ່າງຈະແຈ້ງ, ກົມກຽວ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງ. ນອກຈາກນັ້ນ, ຍັງຖືໄດ້ວ່າເປັນຂີດໝາຍທີ່ສຳຄັນຍິ່ງ ເພາະພວກເຮົາກໍາລັງຢືນຢູ່ໃນໄລຍະເວລາແຫ່ງການປ່ຽນຖ່າຍທາງປະຫວັດສາດຂອງຊາດ ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ຢູ່ໃນໄລຍະທີ່ພວກເຮົາພວມກ້າວເຂົ້າສູ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ໂດຍພາຍໃຕ້ 03 ຈຸດປະສົງຫຼັກຄື: 1) ເພື່ອຮັບຟັງການນໍາສະເໜີລາຍລະອຽດຂອງຮ່າງແຜນງານການຮ່ວມມື (CPD) ຈາກທິມງານຊ່ຽວຊານຂອງ ອົງການ UNDP; 2) ເພື່ອໃຫ້ບັນດາກະຊວງ ແລະ ຂະແໜງການຂອງ ສປປ ລາວ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບບູລິມະສິດ ແລະ ແນວທາງການຈັດຕັ້ງປະຕິບັດ ເພື່ອແນ່ໃສ່ຄວາມຕ້ອງການຕົວຈິງຂອງສູນກາງ ແລະ ທ້ອງຖິ່ນ; ແລະ 3) ເພື່ອຊອກຫາກາລະໂອກາດໃນການຮ່ວມມື ແລະ ສ້າງຄວາມກົມກຽວ ລະຫວ່າງ ຂໍ້ລິເລີ່ມຂອງລັດຖະບານ ແລະ ການສະໜັບສະໜູນຈາກອົງການ UNDP. ໃນກອງປະຊຸມ, ທ່ານ ປອ ວົງຄໍາແຫງ ວົງທະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການ UNDP ທີ່ມີບົດບາດສຳຄັນໃນການເປັນຜູ້ປະສານງານ ແລະ ໃຫ້ການສະໜັບສະໜູນທາງດ້ານເຕັກນິກວິຊາການ. ພ້ອມກັນນີ້ ທ່ານ ຍັງໄດ້ໃຫ້ທິດຊີ້ນໍາທີ່ສໍາຄັນຕໍ່ກອງປະຊຸມ ໂດຍທ່ານຍົກໃຫ້ເຫັນວ່າຄວາມສໍາຄັນດ້ານຄວາມເປັນເຈົ້າການ ຂອງ ສປປ ລາວ ແມ່ນເປັນຫົວໃຈຫຼັກຂອງການຈັດຕັ້ງປະຕິບັດວຽກງານການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການນຳໃຊ້ຕົວເລັ່ງລັດ (Accelerators) ທີ່ທັນສະໄໝ ເປັນຕົ້ນແມ່ນການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI), ຄວາມສະເໝີພາບທາງເພດ ແລະ ການເງິນແບບຍືນຍົງ ເພື່ອຂັບເຄື່ອນການພັດທະນາ ທີ່ບໍ່ປະລະໃຜໄວ້ເບື້ອງຫຼັງ. ສະນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການຕ່າງໆຈົ່ງໄດ້ນຳໃຊ້ປະສົບການຕົວຈິງຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງແຜນງານການຮ່ວມມືດັ່ງກ່າວ ໂດຍສຸມໃສ່ 4 ປະເດັນສຳຄັນ ຄື: 1) ການຫັນປ່ຽນທາງໂຄງສ້າງ ແລະ ຄວາມເຂັ້ມແຂງທາງເສດຖະກິດ; 2) ການບໍລິຫານລັດ ແລະ ການຫັນເປັນດິຈິຕອນ; 3) ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ແລະ 4) ຄວາມສອດຄ່ອງກັບສະພາບຈຸດພິເສດຂອງລາວຢ່າງມີຈຸດສຸມ. ພ້ອມກັນນີ້ ທ່ານ ນາງ ມາຕິນ ເທີເຣີ (Martine Therer) ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍທ່ານເນັ້ນໜັກເຖິງຄວາມສໍາຄັນຂອງເອກະສານການຮ່ວມມື (CPD) ເຊິ່ງບໍ່ພຽງແຕ່ສ້າງຂຶ້ນບົນພື້ນຖານກອບແຜນງານການຮ່ວມມືເພື່ອການພັດທະນາທີ່ຍືນຍົງຂອງສະຫະປະຊາຊາດ (UNSDCF) ເທົ່ານັ້ນ, ແຕ່ຍັງສອດຄ່ອງ ແລະ ກົມກຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ຂອງ ສປປ ລາວ ເພື່ອຮັບປະກັນການຊ່ວຍເຫຼືອ ແລະ ນໍາປະໂຫຍດສູງສຸດແກ່ປະຊາຊົນລາວ ໂດຍສະເພາະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ນີ້ຢ່າງລ່ວງລ່ຽນ. ດັ່ງນັ້ນ, ການກຳນົດຍຸດທະສາດໃນໄລຍະ 2027-2031 ຈຶ່ງຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃນໄລຍະຍາວ. ສະນັ້ນ, ເພື່ອໃຫ້ບັນລຸເປົ້າໝາຍທີ່ໄດ້ກ່າວມານັ້ນ, ເນື້ອໃນຮ່າງແຜນງານການຮ່ວມມື CPD ຂອງ UNDP ຕ້ອງໄດ້ສຸມໃສ່ 4 ເປົ້າໝາຍຍຸດທະສາດຫຼັກ ຄື: 1) ຄວາມວັດທະນາຖາວອນສຳລັບທຸກຄົນ (Prosperity for all); 2) ການບໍລິຫານລັດທີ່ມີປະສິດທິຜົນ (Effective governance); 3) ການປັບຕົວຕໍ່ວິກິດການ (Crisis resilience) ແລະ 4) ການຮັກສາສິ່ງແວດລ້ອມທີ່ສົມບູນ (Healthy planet). 


