• ກົມພາສີ
  • |
  • 2026-02-20
  • |
  • ວຽກວິຊາສະເພາະ

        ທ່ານ ບົວວັງ ອາຕະນາພອນ ພາສີ ປະຈຳນະຄອນຫຼວງວຽງຈັນ, ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງພາສີປະຈຳນະຄອນຫຼວງວຽງຈັນ. ເຊິ່ງພາສີ ປະຈຳນະຄອນຫຼວງວຽງຈັນ ແມ່ນກົງຈັກໜື່ງທີ່ເປັນເສນາທິການໃຫ້ແກ່ກົມພາສີ ກະຊວງການເງິນ ແລະ ອົງການຄະນະປົກຄອງນະຄອນຫຼວງວຽງຈັນ ໃນການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ, ກົນ​ໄກ​ຄຸ້ມ​ຄອງວຽກ​ງານ​ວິ​ຊາ​ສະ​ເພາະພາສີ ​ຢູ່​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບຂອງຕົນ ຕາມ​ກົດ​ໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆ. ການຈັດເກັບແຜນລາຍຮັບ ປີ 2025 ຕົວເລກຕາມແຜນ 7.219 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດ ຕົວຈິງ ສາມາດຈັດເກັບລາຍຮັບ ໄດ້ 9.459 ຕື້ກວ່າກີບ ເທົ່າກັບ 131.04%, ທຽບໃສ່ແຜນການປີ ປະຕິບັດໄດ້ເກີນແຜນ 33.23% ເທົ່າກັບ 2.359 ຕື້ກວ່າກີບ. ໃນນັ້ນ ລາຍຮັບ ພາສີ-ອາກອນ ທີ່ຈັດເກັບໄດ້ເກີນແຜນ ຕົ້ນຕໍ່ໄດ້ມາຈາກ ນໍ້າມັນເຊື້ອໄຟ ຈັດເກັບໄດ້ 2.324 ຕື້ກວ່າກີບ, ເພີ້ມຂື້ນ 69.72% ເທົ່າກັບ 129 ລ້ານກີບ; ດ້ານພາຫະນະ ຈັດເກັບໄດ້ 3.987 ຕື້ກວ່າກີບ, ເພີ້ມຂື້ນ 138.21% ເທົ່າກັບ 1.629 ຕື້ກວ່າກີບ; ສິ້ນສ່ວນອາໄຫລ່ ຈັດເກັບໄດ້ 67,784 ລ້ານກວ່າກີບ ເພີ້ມຂື້ນ 14.58% ເທົ່າກັບ 8,625 ລ້ານກວ່າກີບ; ອຸປະກອນເຄື່ອງກໍ່ສ້າງ ຈັດເກັບໄດ້ 53,479 ລ້ານກວ່າກີບ, ເພີ້ມຂື້ນ 25.89% ເທົ່າກັບ 10,998 ລ້ານກວ່າກີບ; ເຄື່ອງໄຟຟ້າ ຈັດເກັບໄດ້ 60,313 ລ້ານກວ່າກີບ, ເພີ້ມຂື້ນ 30.10% ເທົ່າກັບ 13,954 ລ້ານກວ່າກີບ; ເຄື່ອງອຸປະໂພກ-ບໍລິໂພກ ຈັດເກັບໄດ້ 1.784 ຕື້ກວ່າກີບ, ເພີ້ມຂື້ນ 6.10% ເທົ່າ 102,589 ລ້ານກີບ%ແລະ ຄ່າທໍານຽມຕ່າງໆ ຈັດເກັບໄດ້: 60,705 ລ້ານກີບ, ເພີ້ມຂື້ນ 55.56% ເທົ່າກັບ261;134 ລ້ານກີບ.%

        ທ່ານ ບົວວັງ ອາຕະນາພອນ ໄດ້ກ່າວຕື່ມວ່າ ທິດທາງແຜນການ ແລະ ວຽກຈຸດສຸມໃນປີ 2026 ພາສີ ປະຈໍານະຄອນຫຼວງວຽງຈັນ ໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 11.779 ຕື້ກີບ, ເຊິ່ງເປັນຕົວເລກສູງສົມຄວນ, ເຖິງຢ່າງໃດກໍ່ຕາມເພື່ອຮັບປະກັນເຮັດໃຫ້ການປະຕິບັດແຜນລາຍຮັບ ປີ 2026 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ພາສີປະຈຳນະຄອນຫຼວງວຽງຈັນ ຈະໄດ້ສຸມໃສ່ທິດທາງ ແລະ ມາດຕະການຕົ້ນຕໍ່ ດັ່ງນີ້: 1) ເພີ້ມທະວີສຶກສາອົບຮົມແນວທາງການເມືອງໃຫ້ພະນັກງານຂະແໜງພາສີປະຕິບັດໜ້າທີດ້ວຍຄວາມຮັບຜິດຊອບສູງ; 2) ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ກ່ຽວກັບຂະແໜງການເງິນ ໃຫ້ທົ່ວເຖິງ; 3) ສ້າງກົນໄກການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນຍ້າຍຕູ້ສິນຄ້າຈາກສະຖາທີ່ວຽງຈັນໃຕ້ມາຍັງທ່າບົກທ່ານາແລ້ງ; 4) ເລັ່ງສະສາງສິນຄ້າ, ເຄື່ອງຂອງ ແລະ ພາຫະນະຄ້າງສາງຫຼາຍປີ, ເລັ່ງທວງການຊຳລະສະສາງໃບແຈ້ງພາສີລະບອບຄໍ້າປະກັນ IM8 ເຊິ່ງຄ້າງໃນລະບົບ; 5) ຈັດຕັ້ງປະຕິບັດລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ອາຊີກູດາ ພາດສ (NSWA+) ຢູ່ດ່ານພາສີສາກົນ ແລະ ອື່ນໆ.

        ໃນໂອກາດດັ່ງກ່າວ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຍາດມາໄດ້ໃນປີຜ່ານມາ ແລະ ໄດ້ເນັ້ນໃຫ້ ພາສີ ປະຈຳນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນທຸກດ້ານ ເພື່ອສຳເລັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ປະຕິບັດແຜນການຈັດເກັບລາຍຮັບ  ໃນສົກປີ 2026 ໃຫ້ໄດ້ຕາມແຜນການ ຫລື ລື່ນແຜນການທີ່ທາງພາສີ ປະຈຳນະຄອນຫຼວງວຽງຈັນ ໄດ້ວາງໄວ້. 

© 2025 Copyright: ກະຊວງການເງິນ, ສປປ ລາວ