
ໃນວັນທີ 19 ກຸມພາ 2026, ໜ່ວຍພັກຮາກຖານ ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັັ້ນຄົງ ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຮາກຖານ ກົມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ວິໄຊ ສັນຕິວົງ ເລຂາໜ່ວຍພັກຮາກຖານ ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັັ້ນຄົງ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ພ້ອມດ້ວຍ ຄະນະໜ່ວຍພັກຮາກຖານ ກສສຄ, ສະມາຊິກພັກສົມບູນ- ສໍາຮອງ ແລະ ແຂກຮັບເຊີນເຂົ້າຮ່ວມ.
![]() | ![]() | ![]() |
ໃນກອງປະຊຸມໄດ້ຄົ້ນຄວ້າ ແລະ ໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດນໍາພາລວມ ແລະ ແຜນພັດທະນາຂະແໜງການສະຖິຕິສິ່ງແວດລ້ອມ ແລະ ຄວາມໝັັ້ນຄົງ ໄລຍະ 05 ປີຜ່ານມາ ທີ່ໄດ້ສະຫຼຸບຕີລາຄາໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ຕະຫຼອດໄລຍະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI, ຊີ້ໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການການແກ້ໄຂໃນຕໍ່ໜ້າ, ພ້ອມທັງ ກຳນົດທິດທາງແຜນການ ແລະ ຄາດໝາຍສູ້ຊົນ ການພັດທະນາຂະແໜງການສະຖິຕິສິ່ງແວດລ້ອມ ແລະ ຄວາມໝັັ້ນຄົງ ໃນ 01 ສະໄໝ ຕໍ່ໜ້າ ກໍຄື ປີ 2026 - 2030.
ພ້ອມນີ້, ສະມາຊິກພັກສົມບູນແຕ່ລະສະຫາຍ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ, ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່. ໂດຍຜູ້ທີ່ລົງສະໝັກຮັບເລືອກຕັ້ງ ກໍ່ລ້ວນແລ້ວແຕ່ແມ່ນຜູ້ທີ່ມີມາດຖານ ເງື່ອນໄຂຄົບຖ້ວນ, ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ, ເຊິ່ງມີຜູ້ລົງສະໜັກທັງໝົດ 7 ສະະຫາຍ, ຍິງ 4 ສະຫາຍ ແລະ ເລືອກເອົາ 5 ສະຫາຍ, ຍິງ 3 ສະຫາຍ. ຜ່ານກອງປະຊຸມຄັ້ງປະຖົມມະລຶກຂອງໜ່ວຍພັກຮາກຖານ ກົມ ໄດ້ລົງປະຊາມະຕິເອກະສັນ ເລືອກເອົາ ດັ່ງນີ້:
- ສະຫາຍ ປອ ນາງ ແສງໄພວັນ ແສງອາພອນ ເປັນເລຂາໜ່ວຍພັກ;
- ສະຫາຍ ພູສະຫວັນ ຈັນທະສົມບັດ ຮອງເລຂາໜ່ວຍພັກ, ທັງເປັນ ປະທານກວດກາພັກ;
- ສະຫາຍ ນາງ ບາງທອງ ທິບສົມພັນ ກໍາມະການໜ່ວຍພັກ;
- ສະຫາຍ ໄຜ່ຄຳ ຕຸລາລົມ ກຳມະການໜ່ວຍພັກ;
- ສະຫາຍ ກິ່ງເພັດ ອາດສະນາວົງ ກຳມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດມາໄດ້ຜົນສຳເລັດຫຼາຍດ້ານ; ສະຫາຍໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ສົມຄູ່ກັບໜ້າທີ່ ຕຳແໜ່ງທີ່ໄດ້ຮັບມອບໝາຍ ແລະ ຄວາມໄວ້ວາງໃນຂອງມະຫາຊົນ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງ ພັກ-ກົດໝາຍຂອງລັດຢ່າງເຂັ້ມງວດ, ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍ ຄວາມຮັບຜິດຊອບສູງ.


