ໃນວັນທີ 18 ກຸມພາ 2026 ໄດ້ຈັດກອງປະຊຸມການສ້າງແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ສຳລັບເດັກ ປີ 2027-2031ໂດຍການເປັນປະທານຮ່ວມ ຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ບີລານ ອໍຣັງ ເຊບ ຜູ້ຕາງໜ້າອົງການຢູນີເຊບ ປະຈຳລາວ, ໂດຍມີຜູ້ຕາງໜ້າຈາກກະຊວງ ອົງການທຽບເທົ່າກ່ຽວຂ້ອງເຂົ້າຮ່ວມ. 
ໃນກອງປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄໍາໄດ້ມີຄຳເຫັັນ ການສ້າງແຜນງານການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ສຳລັບເດັກ ສົກປີ 2027-2031 ຕ້ອງສອດຄ່ອງ, ຊຸກຍູ້, ສະໜັບສະ ໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນລຸເປົ້າ ໝາຍການພັດທະນາແບບຍືງຍົງ ຮອດປີ 2030 ກໍ່ຄື ແຜນບູລິມະສິດຂອງບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະບັນດາໂຕຊີ້ວັດ ລະບຸໄວ້ໃນແຜນ ແລະ ພັນທະສາກົນ; ເພີ່ມທະວີຄວາມເປັນເຈົ້າ ການ ໂດຍສຸມໃສ່ການບໍລິຫານ, ປະສານງານ ຢ່າງກົມກ່ຽວ ຂອງບັນດາກະຊວງ, ຂະແໜງການ ແລະ ພະນັກງານອົງການ ສປຊ ສຳລັບເດັກ ທີ່ເປັນຜູ້ປະສານງານ, ຕິດຕາມ, ຊຸກຍູ້ ແລະ ຜູ້ຈັດຕັ້ງປະຕິບັດ ໃຫ້ສາມາດສະໜັບສະໜູນການຈັດຕັ້ງປະຕິບັດແຜນງານການຮ່ວມມື ສົກປີ 2027-2031; ສະເໜີ ອົງການ ສປຊ ສຳລັບເດັກ ສືບຕໍ່ສະໜັບສະໜູນລັດຖະບານ ກໍ່ຄືກົມຮ່ວມມື ແລະ ການເງິນສາກົນ ໃນການສ້າງຄວາມເຂັ້ມແຂງດ້ານຂີດຄວາມສາມາດຂອງພະນັກງານ-ລັດຖະກອນ ແລະ ເສີມສ້າງເຄື່ອງມືອຸປະກອນ ເພື່ອສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດ, ຕິດຕາມ ແລະ ຊຸກຍູ້ບັນດາກະຊວງ ແລະ ຂະແໜງການ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານແຜນງານການຮ່ວມມື ສົກປີ 2027-2031 ໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງຍິ່ງຂື້ນ;
ກອງປະຊຸມໄດ້ມີການສະເໜີຜົນການຄົ້ນພົບທີ່ສຳຄັນ, ເປັນບົດຮຽນຈາກການປະເມີນຜົນຂອງ CPD ສະບັບປະຈຸບັນ (2022-2026) ແລະ ສະພາບການດ້ານການເງິນຂອງ CPD ໃນປະຈຸບັນ; ພາບລວມຂອງການພັດທະນາ CPD ລວມທັງການປຶກສາຫາລືກັບລັດຖະບານ,ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມງານ; ການປ່ຽນແປງຈາກ CPD ປະຈຸບັນ ໄປຫາ CPD ໃໝ່ ແລະ ການກຳນົດເປົ້າໝາຍທາງດ້ານພູມສາດ; ການກຳນົດຂົງເຂດ ບູລິມະສິດທີ່ເຊື່ອມໂຍງກາບ CPD ໃໝ່(ການຫັນປ່ຽນສຳຄັນ.ຊ່ອງຫວ່າງນະໂຍບາຍ ແລະ ການແຊກແຊງບູລິມະສິດ ປີ 2026).