ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ໜ່ວຍພັກຮາກຖານ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ໄດ້ພ້ອມກັນຄົ້ນ ຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ, ແຜນພັດທະນາຂະແໜງການ ໄລຍະ 05 ປີ (2026-2030) ແລະ ໄດ້ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 05 ປີຜ່ານມາ, ພ້ອມນັ້ນຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີໃນຕໍ່ໜ້ານັບແຕ່ປີ 2026-2030. ພ້ອມກັນນີ້, ໃນກອງປະຊຸມໄດ້ຮັບຟັງການລາຍງານ, ການປະກອບຄຳເຫັນຈາກຜູ້ຕາງໜ້າສະມາຊິກພັກ, ໄດ້ສະແດງຄວາມເປັນເອກະພາບຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ; ເອກະພາບຕໍ່ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີເນື້ອໃນສົມບູນຂຶ້ນຕື່ມ. ໃນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະພັກຮາກຖານ (ຊຸດໃໝ່) ບົນພື້ນຖານມາດຖານ, ເງື່ອນໄຂທີ່ກຳນົດໄວ້, ໂດຍມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 05 ສະຫາຍ, ຍິງ 03 ສະຫາຍ. ໃນນີ້, ເລືອກເອົາ ຈໍານວນ 03 ສະຫາຍ; ຜ່ານກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເອກະສັນເລືອກເອົາເລຂາ, ຮອງເລຂາ, ຮອງປະທານກວດກາພັກ ແລະ ກໍາມະການໜ່ວຍພັກດັ່ງນີ້ : 1. ສະຫາຍ ນາງ ຍອດ ແພງສົມບັດ ເປັນເລຂາໜ່ວຍພັກຮາກຖານ; 2. ສະຫາຍ ສຸບັນ ເພຍສັກຂາ ເປັນຮອງເລຂາ, ທັງເປັນປະທານກວດກາໜ່ວຍພັກ; 3. ສະຫາຍ ນາງ ແກ້ວຄູນມີ ກົມມະເມືອງ ເປັນກໍາມະການ. ໂອກາດນີ້, ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດມາໄດ້ຜົນສຳເລັດຫຼາຍດ້ານ; ສະຫາຍຍັງໄດ້ໃຫ້ທິດຊີ້ນໍາເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນທັງໝົດພາຍຈົ່ງເຊີດຊູສະຕິປັນຍາ, ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ, ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ຍົກສູງປະສິດທິພາບການນຳເນີນກິດຈະກຳຫວຍພັດທະນາເພື່ອເີ້ມລາຍຮັບ ໂດຍການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການພັດທະນາ ແລະ ພິມຈຳໜ່າຍໃຫ້ມີຄວາມທັນສະ ໄໝກວ່າເກົ່າ.




