• ກະຊວງການເງິນ
  • |
  • 2026-02-18
  • |
  • ວຽກວິຊາສະເພາະ

        ໃນວັນທີ 18 ກຸມພາ 2026, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ກະຊວງການເງິນ ໄດ້ເປັນປະທານເປີດກອງປະຊຸມປັບປຸງຂໍ້ຕົກລົງ ຄະນະຊີ້ນຳລວມ ແລະ ຄະນະກອງເລຂາ ເພື່ອຜັນຂະຫຍາຍຂອບການຮ່ວມມືແລວທາງເສດຖະກິດລາວ-ຈີນ.

ກອງປະຊຸມຄັ້ງນີ້ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອທົບທວນ ແລະ ປັບປຸງກົນໄກການປະສານງານ ໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ ໃນການຜັນຂະຫຍາຍ “ຂອບການຮ່ວມມື ວ່າດ້ວຍການຮ່ວມກັນພັດທະນາແລວທາງເສດຖະກິດລາວ-ຈີນ (2019-2030)” ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

        ແລວທາງເສດຖະກິດລາວ-ຈີນ ແມ່ນກອບການຮ່ວມມືສຳຄັນ ພາຍໃຕ້ການເຊື່ອມໂຍງຍຸດທະສາດ ການພັດທະນາຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການຫັນປ່ຽນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ແລະ ສ້າງໃຫ້ມີການເຕີບໂຕດ້ານເສດຖະກິດຢ່າງຍືນຍົງ.ໃນໄລຍະ 5 ປີ ທໍາອິດ (2019-2025) ການຜັນຂະຫຍາຍແຜນພັດທະນາແບບ 1-3-3 ໄດ້ບັນລຸຜົນສຳເລັດຫຼາຍດ້ານ ໂດຍສຸມໃສ່ການເຊື່ອມໂຍງໂຄງລ່າງພື້ນຖານ, ການພັດທະນາກະສິກຳ, ອຸດສາຫະກຳ, ພະລັງງານ, ບໍ່ແຮ່, ວັດທະນະທຳ-ທ່ອງທ່ຽວ, ການສ້າງຊັບພະຍາກອນມະນຸດ, ການພັດທະນາດີຈິຕອນ ແລະ ການດຶງດູດການລົງທຶນ. 

        ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ພິຈາລະນາບາງຈຸດສໍາຄັນທີ່ຄວນປັບປຸງ ເປັນຕົ້ນ ການປັບປຸງ ນິຕິກຳ, ການລວມສູນຂໍ້ມູນ, ການລາຍງານຕິດຕາມຜົນ ໃຫ້ມີຄວາມເປັນລະບົບ ແລະ ທັນການ ເພື່ອຮອງຮັບການ ພົບປະຂັ້ນສູງຂອງສອງຝ່າຍ.

        ໃນໂອກາດນີ້, ປະທານກອງປະຊຸມ ຍັງໄດ້ເນັ້ນໃຫ້ບັນດາພາກສ່ວນ ສຸມສະຕິປັນຍາ ແລະ ຮ່ວມມືຢ່າງໃກ້ຊິດ ເພື່ອໃຫ້ການຜັນຂະຫຍາຍແລວທາງເສດຖະກິດລາວ-ຈີນ ບັນລຸຜົນເປັນຮູບປະທໍາ ແລະ ສ້າງຜົນປະໂຫຍດແກ່ປະຊາຊົນຂອງສອງປະເທດຢ່າງແທ້ຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ