ໃນຕອນບ່າຍຂອງວັນທີ 17 ກຸມພາ 2026, ພະແນກການເງິນ ນະຄອນຫຼວງວຽງຈັນ ຈັດພິທີປະກາດ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ທີ່ ຂຶ້ນກັບຄະນະພັກຮາກຖານ ພະແນກການເງິນ ນະຄອນຫຼວງວຽງຈັນ ພາຍໄຕ້ການເປັນປະທານໂດຍ ສະຫາຍ ສີລິລາດທົງສິນ ທອງເພັງ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ສະຫາຍ ປອ ພູທອນ ແກ້ວດວງມະນີ ກຳມະການປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ສະຫາຍ ວຽງສາລີ ອິນທະພົມ ກຳມະການພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ເລຂາຄະນະພັກຮາກຖານ, ຄະນະພະແນກການເງິນ ນະຄອນຫຼວງວຽງຈັນ, ສະມາຊິກພັກ-ພະນັກງານ ຂອງພະແນກການເງິນ, ສາມຂະ ແໜງ ສາຍຕັ້ງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ບົວລີ ຫຼວງລາດ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ຂື້ນຜ່ານມະຕິຕົກລົງ ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຂະແໜງຈັດຕັ້ງ ແລະ ບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກການເງິນ ນະຄອນຫຼວງວຽງຈັນ. ໂດຍ ອີງຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າ ດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ຄໍາແນະນໍາ ຂອງຄະນະເລຂາທິການສູນກາງພັກ ສະບັບເລທີ 483/ຄລສພ, ລົງວັນທີ 4 ເມສາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ອີງຕາມ ໜັງສືສະເໜີ ຂອງຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ສະບັບເລກທີ 50/ຄພຮຖ.ກງ.ນວ, ລົງວັນທີ 26 ພະຈິກ 2025 ແລະ ໜັງສືສະ ເໜີ ຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ.1219/ຄຈນວ, ລົງວັນທີ 04 ທັນວາ 2025 ຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ແລະ ມອບມະຕິຕົກລົງດັ່ງກ່າວ ໃຫ້ບັນດາໜ່ວຍພັກ, ໂດຍແນໃສ່ປັບປຸງບູລະນະການຈັດຕັ້ງພັກ ຕາມທິດທາງການປັບປຸງການຈັດຕັ້ງຮາກຖານພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງແທ້ຈິງ ແລະ ສາມາດນໍາພາ-ຊີ້ນໍາ ວຽກງານວິຊາສະເພາະຂອງຂະແໜງການເງິນ ໃຫ້ມີປະສິດທິຜົນສູງຂຶ້ນ ເຊິ່ງມີທັງໝົດ 10 ໜ່ວຍພັກດັ່ງນີ້:
![]() | ![]() | ![]() |
1) ໜ່ວຍພັກ ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ;
2) ໜ່ວຍພັກ ຄັງເງິນ ປະຈຳນະຄອນຫຼວງວຽງຈັນ;
3) ໜ່ວຍພັກ ພາສີ ປະຈຳນະຄອນຫຼວງວຽງຈັນ;
4) ໜ່ວຍພັກ ຂະແໜງ ຈັດຕັ້ງ ແລະ ບໍລິຫານ;
5) ໜ່ວຍພັກ ຂະແໜງ ກວດກາລັດ;
6) ໜ່ວຍພັກ ຂະແໜງ ງົບປະມານແຫ່ງລັດ;
7) ໜ່ວຍພັກ ຂະແໜງ ແຜນການ ແລະ ສະຖິຕິ;
8) ໜ່ວຍພັກ ຂະແໜງ ຄຸ້ມຄອງບັນຊີ;
9) ໜ່ວຍພັກ ຂະແໜງ ຈັດຊື້-ຈັດຈ້າງ;
10) ໜ່ວຍພັກ ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ.
ໃນຕອນທ້າຍ ຂອງກອງປະຊຸມ ໄດ້ຮັບຟັງ ຄຳໂອ້ລົມຊີ້ນຳຂອງທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.


