• ກະຊວງການເງິນ
  • |
  • 2026-02-12
  • |
  • ວຽກຮ່ວມມື

         ໃນວັນທີ 12 ກຸມພາ 2026 ນີ້,  ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ມີໂອ-ຊິນ ຢູນ (myo-zin nyunt) ຮອງຫົວໜ້າອົງການ ສະຫະປະຊາຊາດ ສໍາລັບເດັກ ພ້ອມດ້ວຍຄະນະ.

        ການເຂົ້າພົບຄັ້ງນີ້, ເພື່ອສະເໜີຂໍອະນຸມັດຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງເອກະສານ ແຜນງານ ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສໍາລັບ ເດັກ ສໍາລັບສົກປີ 2027 - 2031.

        ໃນໄລຍະປີ 2025 ຜ່ານມາ, ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ສໍາລັບເດັກ ປະຈຳ ສປປ ລາວ ໄດ້ລິເລີ່ມຂະບວນການສ້າງແຜນງານການຮ່ວມມືຂຶ້ນ ໂດຍໄດ້ສຸມໃສ່ 4 ຂົງເຂດຍຸດທະສາດທີ່ເປັນບູລິມະສິດຮ່ວມກັນ ຄື: (1) 1000 ວັນທໍາອິດຂອງຊີວິດ; (2) ການຮຽນຮູ້ ແລະ ທັກສະ; (3) ການພັດທະນາໄວໜຸ່ມ; ແລະ (4) ການປັບຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດ, ເຊິ່ງແຜນງານການຮ່ວມມື ສະບັບ ໃໝ່ນີ້ໄດ້ມີການອອກແບບມາເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ສໍາລັບເດັກນ້ອຍ ໃນ ສປປ ລາວ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດສິດທິຂອງເດັກຢ່າງຕໍ່ເນື່ອງ ທີ່ເປັນບູລິມະສິດແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (NSEDP) ແລະ ແຜນພັດທະນາຂະແໜງການ. 

© 2025 Copyright: ກະຊວງການເງິນ, ສປປ ລາວ