• ກະຊວງການເງິນ
  • |
  • 2026-02-12
  • |
  • ວຽກວິຊາສະເພາະ

         ໃນວັນທີ 12 ກຸມພາ 2026, ກະຊວງການເງິນ ໄດ້ຕ້ອນຮັບຂະບວນການທັດສະນະສືກສາ ລະດັບ ປະລິນຍາຕີ ສາຍບັນຊາ ຮຸ່ນທີ I ຈາກວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພັອ ປທ ຄຳພອນ ພົນວິໄລ ຫົວໜ້າຄະນະບໍລິຫານງານລັດ, ວິທະຍາຄານການເມືອງປ້ອງກັນ ຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ.

        ໃນກອງປະຊຸມ ທ່ານ ທອງສາ ຫອມສົມບັດ ຫົວໜ້າພະແນກ ຄຸ້ມຄອງງົບປະມານ ປກຊ-ປກສ, ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ບັນຍາຍ ໃນຫົວຂໍ້: ການສ້າງແຜນງົບປະມານ ແລະ ການຮັບຮອງແຜນງົບປະມານ. ພ້ອມນີ້ ນັກສືກສາ ຍັງໄດ້ຮັບຟັງບັນຍາຍກ່ຽວກັບການນໍາໃຊ້ ລະບົບທັນສະໄໝເຂົ້າໃນວຽກການຈັດເກັບລາຍຮັບ ຂອງດ່ານພາສີ ຈາກກົມພາສີ ເພື່ອສ້າງ ໃຫ້ນັກສຶກສາຮັບຮູ້ເຖິງຂະບວນ ການ, ຮັບປະກັນໃຫ້ການນຳໃຊ້ຊັບພະຍາກອນຂອງຊາດມີປະສິດທິຜົນ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ລົງຢ້ຽມຢາມສະຖານທີ່ປະຕິບັດວຽກຕົວຈິງ ຢູ່ ດ່ານພາສີ ທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1.

        ໂອກາດນີ້ ສະຫາຍ ພັອ ປທ ຄຳພອນ ພົນວິໄລ ຫົວໜ້າຄະນະບໍລິຫານງານລັດ, ວິທະຍາຄານການເມືອງປ້ອງກັນ ຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ ສະແດງຄວາມຂອບໃຈ ຕໍ່ຄະນະຕ້ອນຮັບ ແລະ ຜູ້ບັນຍາຍນຳສະເໜີບົດຮຽນຄວາມຮູ້ ອັນໄດ້ສ້າງຄວາມຮູ້ໃໝ່ເພີ່ມເຕີມໃຫ້ ວິຊາ ການເງິນແຫ່ງລັດ ເຊິ່ງເປັນຂໍ້ມູນອັນດີ ທີ່ຈະໄດ້ນຳໄປປະຕິບັດ, ນໍາໃຊ້ເຂົ້າໃນການປະກອບບົດຮຽນໃຫ້ສົມບູນຕື່ມ ພ້ອມນີ້ ສະຫາຍ ຍັງຝາກຄວາມໄວ້ວ່າ ໂອກາດໜ້າຖ້າມີຈະຂໍເຊີນຜູ້ບັນຍາຍພ້ອມຄະນະ ຂື້ນຫ້ອງສອນຊ່ວຍ ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ

© 2025 Copyright: ກະຊວງການເງິນ, ສປປ ລາວ