• ກະຊວງການເງິນ
  • |
  • 2026-02-09
  • |
  • ວຽກງານພັກ-ພະນັກງານ

       ໃນວັນທີ 09 ກຸມພາ 2026 ຜ່ານມາ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ນໍາພາຄະນະ ເຂົ້າອວຍພອນປີໃໝ່ ສສ ຫວຽດນາມ ຢູ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ໂດຍການຕ້ອນຮັບຂອງທ່ານ ຫງວຽນ ມິງ ເຕີມ ເອກ​ອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

        ໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ກະຊວງການເງິນ ໄດ້ກ່າວອວຍພອນ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ທີ່ນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພ້ອມທັງເຊື່ອໝັ້ນວ່າ ມິດຕະພາບອັນຍິ່ງໃຫຍ່ ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ຈະນັບມື້ນັບ ຈະເລີນງອກງາມຂຶ້ນໄປເລື້ອຍໆ

© 2025 Copyright: ກະຊວງການເງິນ, ສປປ ລາວ