ໃນລະຫວ່າງວັນທີ 10-11 ກຸມພາ 2026, ທ່ານ ຟອງສະມຸດ ຄໍາວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມຄັ້ງທີ 31 ຂອງຄະນະອານຸກໍາມະການສະຖິຕິອາຊຽນວຽກງານແຜນການ ແລະ ການຮ່ວມມື (SCPC31) ໄດ້ໄຂຂຶ້ນຢູ່ທີ່່ນະຄອນຫຼວງມະນີລາ, ປະເທດຟິລິບປິນ, ເຊິ່ງມີບັນດາທ່ານຈາກອົງການສະຖິຕິຈາກ 11 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄະນະອະນຸກຳມະການສະຖິຕິອາຊຽນ ກ່ຽວກັບວຽກງານແຜນການ ແລະ ການຮ່ວມມື (ACSS Sub-Committee on Planning and Coordinationຂຽນຫຍໍ້ “SCPC”) ເປັນກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນ ສຳລັບວຽກງານສະຖິຕິ ຂອງຄະນະກຳມະການສະຖິຕິອາຊຽນ ACSS ຊຶ່ງບັນດາປະເທດສະມາຊິກອາຊຽນ ຈະໄດ້ໝູນວຽນເປັນເຈົ້າພາບທຸກໆປີ. ໃນປີ 2026 ນີ້ ອົງການສະຖິຕິປະເທດ ຟິລິບປິນ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທີ່ສຳຄັນຕ່າງໆ ຂອງວຽກງານສະຖິຕິ ໃນນັ້ນແມ່ນ ກອງປະຊຸມຄະນະອະນຸກຳມະການສະຖິຕິອາຊຽນ ກ່ຽວກັບວຽກງານແຜນການ ແລະ ການຮ່ວມມື ຄັ້ງທີ 31 ແລະ 32 ລວມທັງກອງປະຊຸມ ACSS 16 ໃນທ້າຍປີ 2026 ນີ້. ກອງປະຊຸມຄະນະອະນຸກຳມະການສະຖິຕິອາຊຽນ ກ່ຽວກັບວຽກງານແຜນການ ແລະ ການຮ່ວມມື ຄັ້ງທີ 31 ໃນ ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: ‘’ກ້າວໄປສູ່ອະນາຄົດຮ່ວມກັນ ດ້ວຍຄວາມຮ່ວມມື ເພື່ອຂັບເຄື່ອນວຽກງານສະຖິຕິ’’ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກ ໃນການຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນມີຄວາມຍືນຍົງ ແລະ ເຊື່ອມໂຍງທາງດ້ານສະຖິຕິຫຼາຍຂຶ້ນ.
ໃນທ່າມກາງທີ່ທົ່ວໂລກມີການພັດທະນາຢ່າງບໍ່ຢຸດຢັ້ງ, ຄວາມຮຽກຮ້ອງຕ້ອງການຂໍ້ມູນຂ່າວສານ ເພື່ອສ່ອງແສງໃຫ້ເຫັນເຖິງ ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການພັດທະນາ ແມ່ນນັບມື້ນັບເພີ່ມຂຶ້ນ. ເພື່ອຕອບສະຫນອງໄດ້ເຖິງຄວາມຮຽກຮ້ອງຕ້ອງການດັ່ງກ່າວ, ພວກເຮົາຈໍາເປັນຕ້ອງມີການປະດິດຄິດສ້າງນະວັດຕະກໍາ ພ້ອມທັງຊອກຫາວິທີການໃໝ່ໆ ໃນການສັງລວມເອົາຂໍ້ມູນທີ່ມີຄວາມຫຼາກຫຼາຍ, ເລິກເຊິ່ງ, ສ່ອງແສງໄດ້ເຖິງຄວາມເປັນຈິງຂອງບັນດາປະເທດໃນທົ່ວປະຊາຄົມອາຊຽນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໃນຖານະ ແລະ ບົດບາດຂອງນັກສະຖິຕິ, ເຊິ່ງສິ່ງທ້າທາຍ ແມ່ນຄວາມຕ້ອງການສໍາລັບຂໍ້ມູນລະດັບລາຍລະອຽດ ແລະ ຂໍ້ມູນແຍກຍ່ອຍ ເພື່ອເປັນແນວທາງຮັບໃຊ້ໃຫ້ແກ່ຂະບວນການຕັດສິນໃຈ ແລະ ການວາງແຜນ.ໂດຍການນໍາໃຊ້ປະໂຫຍດຈາກຂໍ້ມູນທີ່ມີຢູ່ ໂດຍສະເພາະແຫຼ່ງຂໍ້ມູນຈາກລະບົບລາຍງານບໍລິຫານ, ເພື່ອຕອບສະຫນອງຄວາມຕ້ອງການໃນການສະຫນອງຂໍ້ມູນໄດ້ຢ່າງມີປະສິດທິພາບ ແລະ ຍັງສາມາດຫຼຸດຜ່ອນຄວາມຈໍາເປັນໃນການເກັບຂໍ້ມູນດິບທີ່ມີຕົ້ນທຶນສູງໄດ້. 
ການຈັດກອງປະຊຸມໃນຄັ້ງນີ້ ຈຸດປະສົງແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນບັນດາຫົວຂໍ້ທີ່ສໍາຄັນໃນການຕິດຕາມ ກ່ຽວກັບ ວຽກງານແຜນການ ແລະ ການຮ່ວມມື ແລະ ລາຍງານຜົນຂອງກອງປະຊຸມຄະນະກໍາມະການສະຖິຕິອາຊຽນຄັ້ງທີ 15 (ACSS15) ທີ່ຜ່ານມາ; ພ້ອມທັງ ປຶກສາຫາລື ກ່ຽວກັບ ບັນດາກິດຈະກໍາຕົ້ນຕໍທີ່ເປັນບູລິມະສິດໃນປີ 2026 ລວມທັງທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງຄະນະກຳມະການສະຖິຕິອາຊຽນ (ACSS) ກ່ຽວກັບຂໍ້ສະເໜີຈຸດປະສົງ, ໂຄງສ້າງ ແລະ ໜ້າທີ່ວຽກງານ ຂອງຄະນະກຳມະການສະເພາະກິດດ້ານຂໍ້ມູນຂະໜາດໃຫຍ່ ຂອງບັນດາປະເທດສະມາຊິກອາຊຽນ; ລວມທັງການເພີ່ມທະວີຂີດຄວາມສາມາດວຽກງານສະຖິຕິຜ່ານການສຶກສາທາງໄກ, ການສ້າງຄວາມເຂັ້ມແຂງໃນກອບການຮ່ວມມື ອາຊຽນ ຊ່ວຍ ອາຊຽນ ແລະ ການຄຸ້ມຄອງຂໍ້ມູນ, ການສະໜອງຂໍ້ມູນ ໃຫ້ທັນເວລາ ສຳລັບບັນດາປະເທດສະມາຊິກອາຊຽນ. ເຊິ່ງການປຶກສາຫາລືໃນລະຫວ່າງກອງປະຊຸມນີ້ຈະມີບົດບາດສໍາຄັນໃນການແລກປ່ຽນ ແລະ ນໍາໃຊ້ຂໍ້ມູນ ໃຫ້ມີຄວາມກວ້າງຂວາງ ແລະ ເສີມຂະຫຍາຍການເຊື່ອມໂຍງ ແລະ ການຮ່ວມມືໃຫ້ເຂັ້ມແຂງ ໃນຕໍ່ໜ້າ.