• ກະຊວງການເງິນ
  • |
  • 2026-02-10
  • |
  • ວຽກຮ່ວມມື

      ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ທັງເປັນປີມິດຕະພາບ ລາວ-ຈີນ, ພາຍໃຕ້ການປະສານງານຂອງ ຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງການເງິນ ຮ່ວມກັບໂຮງໝໍ ຫູຕາດັງຄໍ ມະຫາວິທະຍາໄລຟູຕ້ານ, ນະຄອນຊຽງໄຮ້, ສປ ຈີນ ແລະ ບໍລິສັດ COMAC ໄດ້ຈັດກິດຈະກຳ ການກຸສົນເພື່ອສັງຄົມ ເປີດ “ຫ້ອງປິ່ນປົວເທິງເຮືອບິນ C909 ເສັ້ນທາງສາຍໄໝດ້ານສຸຂະພາບ” ຢູ່ ສປປ ລາວ. ກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 30 ມັງກອນ - 17 ກຸມພາ 2026, ເຊິ່ງການນໍາໃຊ້ເຮືອບິນ C909 ມາກວດ-ປິ່ນປົວ ພະຍາດຫູຕາດັງຄໍ ເປັນໂຄງການຊ່ວຍເຫຼືອການກຸສົນຂອງ ສປ ຈີນ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ຜູ້ປ່ວຍລາວ, ນອກຈາກນັ້ນ ຍັງໄດ້ມີການການຝຶກອົບຮົມ-ແລກປ່ຽນ ປະສົບການດ້ານການປິ່ນປົວ ໃຫ້ແກ່ແພດໝໍລາວ ແລະ ຊ່ວຍເຫຼືອອຸປະກອນການແພດ ໃຫ້ແກ່ ສປປ ລາວ.

       ພິທີ ເປີດການປິ່ນປົວຢ່າງເປັນທາງການ ໄດ້ໄຂຂຶ້ນໃນວັນທີ 10 ກຸມພາ 2026, ທີ່ເດີ່ນຈອດເຮືອບິນຂອງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ. ເປັນກຽດເຂົ້າຮ່ວມພິທີມີ ທ່ານ ນາງ ປານີ ຢ່າທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ;  ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ ແລະພະນັກງານກ່ຽວຂ້ອງທັງສອງຝ່າຍ ລາວ-ຈີນ.

       ໃນພິທີຄັ້ງນີ້, ສປ ຈີນ ໄດ້ດັດແປງເຮືອບິນ C909 ທີ່ເປັນເຮືອບິນໂດຍສານພົນລະເຮືອນ ທີ່ຜະລິດຂຶ້ນໃນປະເທດຈີນ ໃຫ້ກາຍເປັນໂຮງໝໍຫູຕາດັງຄໍ ແບບເຄື່ອນທີ່, ເຊິ່ງໄດ້ແບ່ງອອກເປັນເຂດກວດພະຍາດເບື້ອງຕົ້ນ; ເຂດກວດກາພະຍາດດ້ວຍເຄື່ອງມືທີ່ທັນສະໄໝ; ດ້ານໃນມີຕຽງຜ່າຕັດ ທີ່ສາມາດດໍາເນີນການຜ່າຕັດແກ່ນຕາຂຸ້ນ ແລະ ອື່ນໆ, ພ້ອມກັນນັ້ນ ໄດ້ແຕ່ງຕັ້ງຊ່ຽວຊານ ແລະ ບຸກຄະລາກອນການແພດມາລາວ ຈໍານວນ 60 ທ່ານ ເພື່ອຊ່ວຍເຫຼືອໃນການປິ່ນປົວ. ເຊິ່ງນັບຕັ້ງແຕ່ເລີ່ມກິດຈະກໍາເປັນຕົ້ນມາ ທິມງານການແພດຂອງລາວ ແລະ ຈີນ ໄດ້ຮ່ວມກັນກວດສຸຂະພາບໃຫ້ຄົນເຈັບລາວ ຫຼາຍກວ່າ 620 ຄົນ, ຄາດວ່າຈະດໍາເນີນການຜ່າຕັດໃຫ້ຄົນເຈັບລາວ ຈໍານວນ 44 ຄົນ. ກິດຈະກໍາຫ້ອງປິ່ນປົວພະຍາດເຮືອບິນ C909 ເປັນການຈັດຄັ້ງທໍາອິດຢູ່ຕ່າງປະເທດ, ເຊິ່ງໄລຍະຜ່ານມາ ແມ່ນໄດ້ຈັດຂຶ້ນຢູ່ພາຍໃນປະເທດຈີນ.​

       ໃນພິທີເປີດການປິ່ນປົວ ຄັ້ງນີ້, ໂຮງໝໍມະໂຫສົດ ແລະ ໂຮງໝໍຫູຕາດັງຄໍ ມະຫາວິທະຍາໄລຟູຕ້ານ ກໍໄດ້ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມືຂອງສອງຝ່າຍ, ເພື່ອເປີດກວ້າງການຮ່ວມມືກັນໃນອານາຄົດ.

© 2025 Copyright: ກະຊວງການເງິນ, ສປປ ລາວ