ໃນວັນທີ 10 ກຸມພາ 2026 ນີ້, ຫ້ອງການ ກະຊວງການເງິນ ໄດ້ຈັດ ກອງປະຊຸມ ລາຍງານຄວາມຄືບໜ້າ ແລະທົບທວນຄືນການຈັດຕັ້ງປະຕິບັດ ພັດທະນາລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ກະຊວງການເງິນ ໃຫ້ກຽດເປັນປະທານໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະ ຊີ້ນຳລວມ, ມີຫົວໜ້າຫ້ອງການ ກະຊວງການເງິນ, ຄະນະກົມກ່ຽວຂ້ອງຂອງກະຊວງການເງິນ, ຄະນະຈາກທະນາຄານໂລກ, ຄະນະບໍລິຫານງານເດລອຍ, ຄະນະຈາກ ບໍລິສັດເຕັກໂນເບຣນ ແລະ ຄະນະທິມງານຈາກໜ່ວຍງານ PIU ເຂົ້າຮ່ວມ. 
ໃນກອງປະຊຸມ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳລວມ ໄດ້ກ່າວເປີດກອງປະຊຸມ ແລະ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ຫົວໜ້າຄະນະຄຸ້ມຄອງໂຄງການໄດ້ລາຍງານການຈັດຕັ້ງປະຕິບັດໂຄງການວ່າ: ພາຍຫຼັງ ກະຊວງການເງິນ ໄດ້ຮັບອະນຸມັດເຊັນສັນຍາ ໂຄງການ ລະບົບ IFMISຮ່ວມກັບ ບໍລິສັດ ເຕັກໂນເບຣນ (ຜູ້ພັດທະນາ) ໃນວັນທີ 24 ມີນາ 2025 ແລະ ບໍລິສັດດັ່ງກ່າວ ໄດ້ປະກອບຊັບພະກອນ ຄະນະທິມງານຊ່ຽວຊານ ມາປະຈຳການ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບຂອງກະຊວງການເງິນ ໂດຍສະເພາະບັນດາກົມວິຊາການທີ່ກ່ຽວຂ້ອງ, ໜ່ວຍງານຈັດຕັ້ງປະຕິບັດໂຄງການ, ທະນາຄານໂລກ ແລະ ບໍລິສັດທີ່ປຶກສາສາກົນ ເດລອຍ ໃນຕົ້ນເດືອນ ພຶດສະພາ 2025 ທີ່ຜ່ານມາ ຈົນຮອດປະຈຸບັນ ລວມໄລຍະເວລາ 9 ເດືອນ ມີບັນດາໜ້າວຽກຕ່າງໆ ທີ່ສຳເລັດດັ່ງນີ້: ສຳເລັດ ບົດລາຍງານເບື້ອງຕົ້ນ ແລະ ແຜນດຳເນີນງານ (ອອກຂໍ້ຕົກລົງ ຮັບຮອງເອົາບົດດັ່ງກ່າວ ໃນວັນທີ 10 ກໍລະກົດ 2025); ຮັບຮອງເອກະສານການອອກແບບ ຂັ້ນຕອນແຜນດຳເນີນງານປັດຈຸບັນ (As Is Document) ອອກຂໍ້ຕົກລົງ ສະບັບເລກທີ 4188/ກງ, ລົງວັນທີ 20 ພະຈິກ 2025 ແລະ ສໍາເລັດ ການປັບປຸງເອກະສານຂໍ້ຕົກລົງໃໝ່ ສະບັບເລກທີ 4866/ກງ, ລົງວັນທີ 25 ທັນວາ 2025 ປ່ຽນແທນ ຂໍ້ຕົກລົງເກົ່າ ສະບັບເລກທີ 0839/ກງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະຮັບຜິດຊອບຈັດຕັ້ງປະຕິບັດ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ກະຊວງການເງິນ.

![]() | ![]() |
ໂອກາດນີ້ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະຊີ້ນໍາລວມ ມີຄຳເຫັນວ່າ: ໃນນາມການນຳຂອງກະຊວງການເງິນ ແລະ ຫົວໜ້າຄະນະຊີ້ນຳລວມການຈັດຕັ້ງປະຕິບັດໂຄງການ ຈະໄດ້ນໍາເອົາຜົນຂອງກອງປະຊຸມ ໃນຄັ້ງນີ້ ໄປປຶກສາຫາລືຄົ້ນຄວ້າ ແລະ ນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ແທດເໝາະ ແລະ ສອດຄ່ອງກັບການພັດທະນາ ລະບົບ IFMIS ຕົວຈິງ ໃນແຕ່ລະໜ້າວຽກ ເພື່ອກະກຽມການນໍາໃຊ້ລະບົບ ລວມສູນການຄຸ້ມຄອງຂໍ້ມູນຂ່າວສານ ການເງິນ IFMIS ຂອງກະຊວງການເງິນ ແລະ ເຊື່ອມຕໍ່ກັບ ລະບົບຕ່າງໆຂອງກະຊວງການເງິນ ທີ່ຕິດພັນກັບລະບົບດັ່ງກ່າວ ພ້ອມນີ້ ຝາກໃຫ້ ບັນດາກົມວິຊາການທີ່ກ່ຽວຂ້ອງຂອງກະຊວງການເງິນ ເປັນເຈົ້າການ ໃຫ້ມີຄວາມເອົາໃຈໃສ່ໃນການຕິດຕາມ ແລະ ປະສານສົມທົບ ຮ່ວມເຮັດວຽກໃກ້ສິດຕິດແທດກັບບໍລິສັດ ຜູ້ພັດທະນາ ແລະ ບໍລິສັດ ທີ່ປຶກສາ ເພື່ອຄົ້ນຄວ້າ ແລະ ມີຄໍາເຫັນຢັ້ງຢືນຄວາມຖືກຕ້ອງ ຕໍ່ກັບບັນດາເອກະສານການອອກແບບຕ່າງໆ ຂອງລະບົບ IFMIS ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ຄວາມຕ້ອງການ.

