ໃນລະຫວ່າງວັນທີ 03-06 ກຸມພາ 2026 ນີ້, ກົມຈັດຕັ້ງ ກະຊວງການເງິນ ໄດ້ເປີດຊຸດ ຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໃນການຄຸ້ມຄອງ ການເງິນແຫ່ງລັດເພື່ອຮັບປະກັນຄຸນນະພາບ ຂອງບຸກຄະລາກອນ, ໃຫ້ກຽດເປັນປະທານໂດຍທ່ານ ອຸບັນ ສຸພິດາ ກໍາມະການຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ກະຊວງການງເງິນ ມີບັນດາ ຜູ້ຕາງໜ້າຈາກຫ້ອງການ, ບັນດາກົມພາຍໃນກະຊວງການເງິນ, ຕາງໜ້າຈາກພະແນກການເງິນແຂວງ, ຄັງເງິນປະຈໍາແຂວງ, ສ່ວຍສາອາກອນປະຈໍາແຂວງ, ພາສີປະຈໍາແຂວງ, ຫ້ອງການການເງິນບັນດາເມືອງ, ວິທະຍາກອນຈາກກົມກ່ຽວຂ້ອງພາຍໃນກະຊວງການເງິນ, ຜູ້ຕາງໜ້າຈາກໜ່ວຍງານຈັດຕັ້ງປະຕິບັດໂຄງການ ແລະ ຄະນະຮັບຜິດຊອບການຝຶກອົບຮົມເຂົ້າຮ່ວມ.
ຊຸດຝຶກອົບຮົມ ໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດໃນການຄຸ້ມຄອງການເງິນແຫ່ງລັດ, ຮັບປະກັນໄດ້ ຄຸນນະພາບຂອງບຸກຄະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຊິ່ງໃນປະຈຸບັນໄດ້ມີການປັບປຸງກົງຈັກ ກໍ່ຄື ໄດ້ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເຮັດໃຫ້ພະນັກງານຂະແໜງການເງິນທັງສຸກກາງ ແລະທ້ອງຖິ່ນ ຈໍານວນໜຶ່ງຍັງບໍ່ທັນຮູ້ເຖິງສິດ, ໜ້າທີ່, ພາລະບົດບາດຂອງວຽກງານບັນດາກົມ ສະນັ້ນ, ຈຶ່ງຈັດຝຶກອົບຮົມນີ້ຂື້ນມາ ເພື່ອສືບຕໍ່ຜັນຂະຫຍາຍການສ້າງຄວາມອາດສາມາດ ໃນແຕ່ລະວຽກງານທີ່ຮັບຜິດຊອບ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.
![]() | ![]() |
ໃນການຝຶກອົບຮົມ, ນັກສຳມະນາກອນຈະໄດ້ຮຽນຮູ້ ວຽກງານຈໍານວນໜຶ່ງຂອງບັນດາກົມພາຍໃນກະຊວງການເງິນ ໂດຍຜ່ານການບັນຍາຍ, ແລກປ່ຽນຄໍາຄິດຄໍາເຫັນຈາກບັນດາເອກະສານທີ່ກ່ຽວຂ້ອງ, ນິຕິກໍາຕ່າງໆ, ແລກປ່ຽນຄໍາຄິດຄໍາເຫັນ ກັບວິທະຍາກອນ ແລະ ຄະນະຮັບຜິດຊອບການຝຶກອົບຮົມ. ເຊິ່ງຄະນະຮັບຜິດຊອບ ແລະ ວິທະຍາກອນ ໄດ້ຄັດຈ້ອນເອົາວຽກງານຈາກ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM) ມານໍາສະເໝີຄັ້ງນີ້ ປະກອບມີ 7 ຫຼັກສູດຕົ້ນຕໍ ທີ່ໄດ້ມີການຮັບຮອງຢ່າງເປັນທາງການ ດັ່ງນີ້: ຫຼັກສູດ ບົດລາຍງານການເງິນ ແລະ ການບັນຊີ; ການວາງແຜນ ແລະ ຈັດຕັ້ງປະຕິບັດ ງົບປະມານ; ການຄຸ້ມຄອງລາຍຮັບ; ການຄຸ້ມຄອງລາຍຈ່າຍ; ການຄຸ້ມຄອງແຫຼ່ງເງິນ ແລະ ໜີ້ສິນສາທາລະນະ; ການຈັດຊື້ - ຈັດຈ້າງດ້ວຍທຶນຂອງລັດ ແລະ ຫຼັກສູດ ການກວດສອບ ແລະ ກວດກາ. ພ້ອມນີ້ຍັງ ລົງເລີກຕື່ມໃນຫົວຂໍ້ສະເພາະຂອງຂະແໜງການ ແລະ ວຽກງານປິ່ນອ້ອມ.
ໂອກາດນີ້, ທ່ານ ອຸບັນ ສຸພິດາ ກໍາມະການຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ກະຊວງການງເງິນ ໄດ້ມີຄໍາເຫັນວ່າ: ລັດຖະບານກໍຄືກະຊວງການເງິນ ກໍາລັງດໍາເນີນການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ເພື່ອສະໜັບສະໜູນຍຸດທະສາດ ການພັດທະນາການຄຸ້ມຄອງການເງິນແຫ່ງລັດ 2025 ແລະ ວິໄສທັດ 2030 ໂດຍການປັບປຸງວິທີການວາງແຜນນໍາໃຊ້ ແຫຼ່ງທຶນແຫ່ງລັດ, ເສີມສ້າງຄວາມໄວ້ວາງໃຈ ສ້າງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ.
ເປົ້າໝາຍຂອງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ (PFM) ແມ່ນໃຫ້ມີຄວາມສອດຄ່ອງຂອງນະໂຍບາຍໃນທົົ່ວທຸກລະດັບຂອງລັດຖະບານ, ເພີ່ມປະສິດທິພາບ ທັນເວລາໃນຂັັ້ນຕອນການປະຕິບັດງົບປະມານ ແລະ ຍົກສູງຄວາມໂປ່ງໃສໃນການໃຊ້ຈ່າຍ ຂອງພາກລັດໂດຍຜ່ານຂໍ້ມູນການເງິນທີີ່ເຊືີ່ອຖືໄດ້.
ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນ ສອດຄ່ອງກັບຄຳຂວັນຂອງອົງຄະນະພັກ ຄັ້ງທີ IV ຂອງກະຊວງການເງິນ ທີ່ວ່າ: ຍົກສູງບົດບາດການນຳພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ, ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ.

