• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2026-02-06
  • |
  • ວຽກວິຊາສະເພາະ

        ໃນຕອນບ່າຍຂອງວັນທີ 06 ກຸມພາ 2026 ນີ້, ກົມຈັດຕັ້ງ ກະຊວງການເງິນ ໄດ້ສໍາເລັດ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໃນການຄຸ້ມຄອງ ການເງິນແຫ່ງລັດ ເພື່ອຮັບປະກັນຄຸນນະພາບ ຂອງບຸກຄະລາກອນ, ໂດຍການເປັນປະທານຂອງ ທ່ານ ຊົງຍົດ ສາລະວັນ ຫົວໜ້າພະແນກ, ກົມຈັດຕັ້ງ ກະຊວງການງເງິນ ມີບັນດາ ຜູ້ຕາງໜ້າຈາກຫ້ອງການ, ບັນດາກົມພາຍໃນກະຊວງການເງິນ, ຕາງໜ້າຈາກພະແນກການເງິນແຂວງ, ຄັງເງິນປະຈໍາແຂວງ, ສ່ວຍສາອາກອນປະຈໍາແຂວງ, ພາສີປະຈໍາແຂວງ, ຫ້ອງການການເງິນບັນດາເມືອງ, ວິທະຍາກອນຈາກກົມກ່ຽວຂ້ອງພາຍໃນກະຊວງການເງິນ, ຜູ້ຕາງໜ້າຈາກໜ່ວຍງານຈັດຕັ້ງປະຕິບັດໂຄງການ ແລະ ຄະນະຮັບຜິດຊອບການຝຶກອົບຮົມ ລວມທັງໝົດ 132, ຍິງ 62 ທ່ານ.

         ການຝຶກອົບຮົມ ໃນຄັ້ງນີ້, ມີນັກວິທະຍາກອນທີ່ມີປະສົບການຈາກບັນດາກົມ ແລະ ສະຖາບັນພາຍໃນກະຊວງການເງິນ ມາຂຶ້ນຫ້ອງບັນຍາຍ, ແລກປ່ຽນຄໍາຄິດຄໍາເຫັນ, ລວມເປັນເວລາ 04 ວັນເຕັມ ໂດຍມີ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ PFM 7 ຫຼັກສູດ ທີ່ໄດ້ຄົ້ນຄວ້າ ອັນເປັນ "ໝາກຫົວໃຈສໍາຄັນ” ຂອງ ການປະຕິຮູບການເງິນແຫ່ງລັດ, ເຊິ່ງປະກອບມີ:

  1. ການວາງແຜນ ແລະ ງົບປະມານ: ເພື່ອໃຫ້ມີການວາງແຜນທີ່ຮັດກຸມ ແລະ ແທດເໝາະກັບຕົວຈິງ. 
  2. ການຄຸ້ມຄອງລາຍຮັບ: ເພື່ອຮັບປະກັນການເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ.
  3. ການຄຸ້ມຄອງລາຍຈ່າຍ: ເພື່ອໃຫ້ການນໍາໃຊ້ງົບປະມານມີປະສິດທິຜົນສູງສຸດ ແລະ ປະຢັດ ມັດທະຍັດ. 
  4. ການຈັດຊື້-ຈັດຈ້າງ: ເພື່ອຮັບປະກັນຄວາມຍຸຕິທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ. 
  5. ບົດລາຍງານການເງິນ ແລະ ການບັນຊີ: ເພື່ອຄວາມເປັນເອກະພາບ ແລະ ສາມາດກວດສອບໄດ້.
  6. ການຄຸ້ມຄອງເງິນສົດ ແລະ ໜີ້ສິນສາທາລະນະ: ເພື່ອຮັກສາສະຖຽນລະພາບທາງດ້ານການເງິນຂອງຊາດ.
  7. ການກວດສອບ ແລະ ການກວດກາ: ເພື່ອເປັນເຄື່ອງມືໃນການສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້.

         ພ້ອມນີ້ ຍັງສ້າງໃຫ້ ນັກສໍາມະນາກອນ ໄດ້ມີຄວາມຮັບຮູ້ ແລະ ມີຄວາມເຂົ້າໃຈພື້ນຖານກ່ຽວກັບຫຼັກສູດການຮຽນ ເຊິ່ງໃນນັ້ນແມ່ນຕິດພັນກັບ ບັນດາໜ້າວຽກຂອງຂະແໜງການເງິນ ກ່ຽວກັບສິດ, ໜ້າທີ່, ພາລະບົດບາດ ຂອງແຕ່ລະພາກສ່ວນ ເພື່ອສືບຕໍ່ນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍການສ້າງຄວາມສາມາດໃນແຕ່ລະວຽກງານຂອງຕົນໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ.

        ໂອກາດນີ້, ທ່ານ ຊົງຍົດ ສາລະວັນ ຫົວໜ້າພະແນກ, ກົມຈັດຕັ້ງ ກະຊວງການງເງິນ ສະແດງຄວາມຊົມເຊີຍ ມາຍັງວິທະຍາກອນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສຳມະນາກອນ ທີ່ໄດ້ພ້ອມໃຈກັນ ອົດທົນຕະຫຼອດໄລຍະຂອງການຝຶກອົບຮົມ, ພ້ອມກັນຂຶ້ນຫ້ອງຮຽນ ແລະ ສິດສອນຈົນສໍາເລັດ ຕາມລະດັບຄາດໝາຍ, ພ້ອມນີ້ ທ່ານຍັງຝາກໃຫ້ ນັກສໍາມະນາກອນທີ່ໄດ້ເຂົ້າຮ່ວມການຝຶກອົບຮົມ ຄັ້ງນີ້ ຈະສາມາດນໍາເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ເຂົ້າສູ່ການເຮັດວຽກງານຢູ່ກົມກອງ, ພະແນກການ, ຂະແໜງການ ແລະ ໜ່ວຍຂອງຕົນໃຫ້ປະກົດຜົນເປັນຈິງຫຼາຍຂື້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ