• ກະຊວງການເງິນ
  • |
  • 2026-02-04
  • |
  • ວຽກຮ່ວມມື

      ໃນວັນທີ 04 ກຸມພາ 2026, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ  ນາງ  ມາຕິນ ເທເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP) ພ້ອມດ້ວຍຄະນະ.

      ການມາຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການ ‘’ການວາງແຜນ ແລະ ການເງິນແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ (NPFID)’’. ໃນນັ້ນ, ມີບາງວຽກງານໄດ້ເຮັດສໍາເຮັດ ເຊັ່ນ : NSEDP (2026-2030) ປັດຈຸບັນແມ່ນສືບຕໍ່ປັບປຸງເນື້ອໃນຕາມຄໍາເຫັນຂອງຂະແໜງການ ແລະ ປັບປຸງຂອບຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ໃຫ້ສໍາເລັດໃນທ້າຍເດືອນ ກຸມພາ 2026 ເຊິ່ງວາງແຜນຈະຈັດກອງປະຊຸມ M&E ເພື່ອປຶກສາຫາລືກັບບັນດາຂະແໜງການກ່ຽວຂ້ອງ ແລະ ຊ່ຽວຊານຂອງໂຄງການ NPFID ເພື່ອຄວາມເປັນເອກະພາບຄັ້ງສຸດທ້າຍ ກ່ອນນໍາສະເໜີສະພາຮັບຮອງ.

       ສໍາລັບວຽກງານການຄຸ້ມຄອງຜົນໄດ້ຮັບ (RBM) ໄດ້ສໍາເລັດການຈັດຈ້າງຊ່ຽວຊານ(ສາກົນ ແລະ ພາຍໃນ) ແລະ ໄດ້ສຳເລັດຮ່າງຄູ່ມື ໃນເບ້ອງຕົ້ນ ເພື່ອນໍາໃຊ້ຝຶກອົບຮົມກ່ຽວກັບການວາງແຜນແບບອີງໃສ່ຜົນໄດ້ຮັບ (RBM) ແລະ ພາຍໃນ ເດືອນມີນາ 2026 ຊ່ຽວຊານຈະມາລົງເກັບກຳຂໍ້ມູນ ແລະ ເຮັດວຽກກັບທີມງານທີ່ຮັບຜິດຊອບ. ພ້ອມທັງຈັດຝຶກອົບຮົມໃຫ້ແກ່ທິມງານກົມແຜນການ ກະຊວງການເງິນ. ຄາດວ່າໃນທ້າຍປີ 2026 ຈະສຳເລັດຄູ່ມືດັ່ງກ່າວ. ນອກຈາກນີ້ ການເຮັດວຽກ ລະຫວ່າງ ກົມແຜນການ ກັບຊ່ຽວຊານ 2 ຄັ້ງ ໃນການປຶກສາຫາລືແລກປ່ຽນ ແລະ ວາງແຜນດຳເນີນງານຂອງວຽກງານດັ່ງກ່າວ ຊ່ຽວຊານຈະລົງເກັບກຳຂໍ້ມູນ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງ ໃນກາງເດືອນກຸມພາ.

       ໃນວັນດຽວກັນ, ທ່ານ ນາງ ພອນວັນ ອຸທະວົງ ຍັງໄດ້ຕ້ອນຮັບ ທ່ານ ຄວີມາ ເອັນທາຣາ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ ເພື່ອປຶກສາຫາລື ກ່ຽວກັບກັບການເຈລະຈາ ເຊັນສັນຍາໂຄງການ ໄລຍະ 2 ໃນໄລຍະ ເດືອນກຸມພາ ນີ້. ເຊິ່ງຂະບວນການກະກຽມໂຄງການ ໄລຍະ 2; ກະຊວງການເງິນ ໄດ້ຮ່າງລາຍງານ ເພື່ອຂໍອະນຸມັດແຕ່ງຕັ້ງຄະນະກະກຽມໂຄງການ ໄລຍະ 2 ໂດຍປະກອບດ້ວຍບັນດາຂະແໜງການຮັບຜິດຊອບຈັດຕັ້ງປະຕິບັດໂດຍກົງແຕ່ລະອົງປະກອບ ແລະ ບັນດາຂະແໜງການທີ່ຕິດພັນໃນການກະກຽມບັນດາເອກະສານຕ່າງໆຂອງໂຄງການ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືວຽກງານທີ່ຍັງຄ້າງຄາໃນການຈັດຕັ້ງປະຕິບັດ ເຊັ່ນ: ການປັບປຸງແຜນງົບປະມານເງິນກູ້ຢືມ ແລະ ວຽກງານທີ່ກ່ຽວຂ້ອງ.

© 2025 Copyright: ກະຊວງການເງິນ, ສປປ ລາວ