• ກະຊວງການເງິນ
  • |
  • 2026-02-05
  • |
  • ວຽກຮ່ວມມື

                ໃນວັນທີ 5 ກຸມພາ 2026, ໄດ້ມີກອງປະຊຸມທົບທວນການຈັດຕັ້ງປະຕິບັດ ປະຈຳປີ 2025 ແລະ ປຶກສາຫາລືແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ (2027-2031) ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາໂອກິ ເມອິກະວະ ຮັກສາການອຳນວຍການອົງການອາຫານໂລກ, ຕາງໜ້າຈາກຊວງ ອົງການທຽບເທົ່າ ແລະ ຕາງໜ້າຈາກແຂວງ ເປົ້າໝາຍເຂົ້າຮ່ວມ.

        ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນວ່າ: ກອງປະຊຸມດັ່ງກ່າວແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ໃນການສືບຕໍ່ຈັດຕັ້ງປະຕິບັດ ວຽກງານອາຫານໂລກ ຍຸດທະສາດການຮ່ວມມື 2027 – 2031 ເພື່ອເປັນເຂັມທິດໃນການຄົ້ນຄ້ວາເພື່ອສ້າງຍຸດທະສາດການຮ່ວມມືສະບັບໃໝ່ 2027 - 2031 ຢ່າງລະອຽດຮອບດ້ານ ນີ້: ຍຸດທະສາດການຮ່ວມມືສະບັບໃໝ່ (CSP 2027-2031) ຕ້ອງໃຫ້ສອດຄ່ອງ ແລະ ສະໜັບສະໜູນຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງການ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ X ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຮອດ 2030; ຄວາມເປັນເຈົ້າການຂອງບັນດາກະຊວງຂະແໜງການ ແລະ ພະນັກງານອົງການອາຫານໂລກ ທີ່ເປັນຜູ້ຈັດຕັ້ງປະຕິບັດ, ປະສານງານ ຕິດຕາມ ຊຸກຍູ້ ເພື່ອສະໜັບສະໜູນການ ຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືສະບັບໃໝ່ (CSP 2027-2031) ສອດຄ່ອງກັບແຜນທີ່ກຳນົດໄວ້; ການເຮັດວຽກໃຫ້ມີການເຊື່ອມສານຂອງຫຼາຍຂະແໜງການໃຫ້ໄປໃນທິດທາງດຽວກັນ ກໍ່ຄືວຽກການພັດທະນາຂອງລາວເຮົາ; ການສ້າງຄວາມເຂັ້ມແຂງ, ເຄື່ອງມື ແລະ ເພີ່ມຂີດຄວາມສາມາດ ໃຫ້ຂະແໜງການລັດ ກໍ່ຄື ຜູ້ຈັດຕັ້ງປະຕິບັດ ເພື່ອບັນລຸໄດ້ຄວາມຍືນຍົງຂອງວຽກງານ ແລະ ສະເໜີອົງການອາຫານໂລກ ຮ່ວມກັບ ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ສືບຕໍ່ວຽກງານການຮ່ວມມື, ການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ທັງສູນກາງ ແລະທ້ອງຖິ່ນໃຫ້ເປັນປົກກະຕິ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

               ໃນກອງປະຊຸມ ໄດ້ມີການລາຍງານໂດຍສັງເຂບ ກ່ຽວກັບຜົນໄດ້ຮັບ, ສິ່ງທ້າທາຍໃນປີ 2025, ບັນດາຫຼັກການ ແລະ ຂໍ້ມູນທີ່ເປັນບ່ອນອີງໃນການທົບທວນວຽກງານດັ່ງກ່າວ ແລະ ສະເໜີ ວຽກບູລິມະສິດໃນປີ 2026. ໂດຍຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ ແຜນງານດັ່ງກ່າວ  ມີຄວາມຖືກຕ້ອງສອດຄ່ອງ ກັບບັນດາໜ້າວຽກ ກໍຄືແຜນພັດທະນາຂອງຂະແໜງການຕ່າງໆ ຢ່າງຄ່ອງຕົວ.

© 2025 Copyright: ກະຊວງການເງິນ, ສປປ ລາວ