ທ່ານ ນາງ ພອນວັນ ອຸທະວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານຮອງປະທານຄະນະກຳມະການພັດທະນາທຸລະກິດ
ໃນຕອນບ່າຍຂອງວັນທີ 3 ກຸມພາ 2026, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຄຣິສໂຕຟ ຊັດມາຣີ (Kristóf Szatmáry), ຮອງປະທານຄະນະກຳມະການພັດທະນາທຸລະກິດ, ຮອງປະທານສະຫະພັນລັດຖະສະພາກຸ່ມມິດຕະພາບລາວ-ຮົງກາລີ ພ້ອມດ້ວຍຄະນະ. ຈຸດປະສົງ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ກັບ ຮົງກາລີ ໃນປັດຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ຄຣິສຕົຟ ຊັດມາຣີ ໄດ້ລາຍງານ ກ່ຽວກັບ ບັນດາວຽກງານທີ່ ຮົງກາລີ ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາ ອັນເປັນການປະກອບສ່ວນອັນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະບັນດາໂຄງການທີ່ໄດ້ຮັບການສະໜອງທຶນໃນຮອບທີ 3 ຂອງສັນຍາຂອບການຮ່ວມມືດ້ານການເງິນ ທີ່ໄດ້ນຳມາຈັດຕັ້ງປະຕິບັດ 03 ໂຄງການ; ໃນນີ້, 02 ໂຄງການສໍາເລັດການຈັດຕັ້ງປະຕິບັດເຊັ່ນ : uໂຄງການຄຸ້ມຄອງພົນລະເມືອງທັນສະໄໝ ຂອງ ກະຊວງປ້ອງການຄວາມສະຫງົບ; v ໂຄງການພັດທະນາໂຄງລ່າງພື້ນຖານກະສິກຳ ຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ສ່ວນອີກ 01 ໂຄງການກໍາລັງຈັດຕັ້ງປະຕິບັດຄື: wໂຄງການບໍາບັດນໍ້າເປື້ອນແບບ ລວມສູນ ຂອງ ນະຄອນຫຼວງວຽງຈັນ.
ພ້ອມນັ້ນ, ທ່ານ ຄຣິສຕົຟ ຊັດມາຣີ ໄດ້ແຈ້ງໃຫ້ຊາບຕື່ມກ່ຽວກັບ ການສືບຕໍ່ໃຫ້ການສະໜັບສະໜູນບັນດາຂະແໜງການກ່ຽວຂ້ອງໃນວຽກງານບູລິມະສິດຄື ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຂອງ ລັດຖະບານ ຮົງກາລີ ຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາໃນຫຼາຍຂົງເຂດເຊັ່ນ: ກະສິກຳ, ຊັບພະ ຍາ ກອນທຳມະຊາດ, ການຄ້າ ແລະ ການລົງທຶນ ແລະ ລັດຖະບານຮົງກາຣີ ຈະສືບຕໍ່ຄົ້ນຄວ້າ ການສະເໜີໂຄງການຮ່ວມມືໃນຮອບວຽນໃໝ່ (ຮອບວຽນທີ 4 )ຈາກ ສປປ ລາວ ຫາ ຮົງກາລີ ເປັນຕົ້ນແມ່ນ ວຽກງານບໍລິການດ້ານສາທາລະນະສຸກ, ເຊິ່ງຈະຈັດຕັ້ງປະຕິບັດຢູ່ 3 ແຂວງຄື: (ແຂວງໄຊຍະບູລີ, ຄໍາມ່ວນ ແລະ ສາລະວັນ) ແລະ ວຽກງານການຄຸ້ມຄອງສະຖິຕິ ພົນລະເມືອງ ສປປ ລາວ.
ໃນໂອກາດດຽວກັນ, ທ່ານ ນາງ ພອນວັນ ອຸທະວົງ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານຮົງກາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ນັບແຕ່ 2008 ເປັນຕົ້ນມາ, ໂດຍສະເພາະ ການສະໜັບສະໜູນຂອງ ລັດຖະ ບານຮົງກາລີ ຕໍ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຂົງເຂດສິ່ງແວດລ້ອມ, ກະສິກຳ ແລະ ສັງຄົມ ເຊິ່ງໄດ້ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ໃນວາລະທ້າຍ, ທ່ານ ຍັງໄດ້ສະແດງຄວາມຂອບໃຈໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ຂອງ ສອງລັດຖະບານ ລາວ-ຮົງກາລີ ນັບຕັ້ງແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ຈະສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ດີ ຕາມແຜນວຽກທີ່ໄດ້ກໍານົດໃນຕໍ່ໜ້າ ໃຫ້ມີຄວາມສຳເລັດ ແລະ ຢ່າງເປັນຮູບປະທຳ.