• ກະຊວງການເງິນ
  • |
  • 2026-02-02
  • |
  • ວຽກຮ່ວມມື

        ໃນຕອນບ່າຍ ວັນທີ 2 ມັງກອນ 2026, ທ່ານ ນາງ ພອນວັນ ອຸທະວົງ,​ ຮອງລັດຖະມົນຕີ ການເງິິນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ທໍສະເຕນ ຊາເຟີ-ກຳເບວ (Thorsten Schafer-Gumbel), ຜູ້ອໍານວຍການໃຫຍ່ອົງການGIZ ພ້ອມດ້ວຍຄະນະ ຈາກ ສຳນັກງານໃຫຍ່ ສສ ເຢຍລະມັນ. ຈຸດປະສົງເພື່ອປຶກສາຫາລື ກົນໄກການຮ່ວມມື ໃນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ຈາກ ລັດຖະບານ ສສ ເຢຍລະມັນ ຜ່ານ ອົງການ GIZ.

        ໂອກາດດັ່ງກ່າວ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສສ ເຢຍລະມັນ ກໍ່ຄືອົງການ GIZ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ລັດຖະບານ ສປປ ລາວ ໃນຂະແໜງການທີ່ສໍາຄັນ ເຊັ່ນ: ການປົກປັກຮັກສາທຳມະຊາດ ແລະ ຊັບພະຍາກອນທຳມະຊາດ, ການຈັດສັນທີ່ດິນ​ ແລະ ການພັດທະນາສີມືແຮງງານ ທີ່ໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ່ IX ແລະ ການສືບຕໍ່ການສ້າງແຜນ  (2026-2030). ພ້ອມນີ້,​ ຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດ ຂອງ ກອງປະຊຸມປຶກສາຫາລື ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ເຢຍລະມັນ ໃນວັນທີ 16 ມັງກອນ 2026 ທີ່ ນະຄອນຫຼວງວຽງຈັນ. ທ່ານ ຮອງລັດຖະມົນຕີ ຍັງສະເໜີໃຫ້ອົງການ GIZ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຕໍ່ໜ້າ ໃຫ້ຢູ່ໃນລະດັບເກົ່າ ຫຼື ຫຼາຍກວ່າເກົ່າ.

 

        ທ່ານ ຜູ້ອຳນວຍການໃຫຍ່ອົງການ GIZ ໄດ້ສະແດງຄວາມຂອບໃຈ ມາຍັງຄະນະນໍາ ກະຊວງການເງິນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ, ຮັບປະກັນສືບຕໍ່ການຮ່ວມມືໃນໄລຍະຍາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມືສະໜັບສະໜູນ ແລະ ແລກປ່ຽນບົດຮຽນໃນການແກ້ໃຂ ບັນດາສິ່ງທ້າທາຍທີ່ອາດມີ ໃນໄລຍະຂ້າມຜ່ານ ຂອງ ການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ. ໂອກາດດັ່ງກ່າວ ອົງການ GIZ ຕີລາຄາສູງຕໍ່ຜົນຂອງກອງປະຊຸມປຶກສາຫາລື ລາວ-ເຢຍລະມັນ ທີ່ ສາມາດຕົກລົງເຫັນດີຊອກຫາວິທີການແກ້ໄຂບັນຫາທີ່ຄົງຄ້າງຢ່າງເປັນຮູບປະທຳ ເປັນຕົ້ນແມ່ນ ການຢົກເວັ້ນອາກອນມູນຄ່າເພີ່ມ ແລະ ການເລັ່ງລັດໄລຍະເວລາຂອງການອະນຸມັດຊ່ຽວຊານຕ່າງປະເທດທີ່ເຂົ້າມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

© 2025 Copyright: ກະຊວງການເງິນ, ສປປ ລາວ