ໃນລະຫວ່າງວັນທີ 03-06 ກຸມພາ 2026 ນີ້, ກົມຈັດຕັ້ງ ກະຊວງການເງິນ ໄດ້ເປີດຊຸດ ຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໃນການຄຸ້ມຄອງ ການເງິນແຫ່ງລັດເພື່ອຮັບປະກັນຄຸນນະພາບ ຂອງບຸກຄະລາກອນ, ໃຫ້ກຽດເປັນປະທານໂດຍທ່ານ ອຸບັນ ສຸພິດາ ກໍາມະການຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ກະຊວງການງເງິນ ມີບັນດາ ຜູ້ຕາງໜ້າຈາກຫ້ອງການ, ບັນດາກົມພາຍໃນກະຊວງການເງິນ, ຕາງໜ້າຈາກພະແນກການເງິນແຂວງ, ຄັງເງິນປະຈໍາແຂວງ, ສ່ວຍສາອາກອນປະຈໍາແຂວງ, ພາສີປະຈໍາແຂວງ, ຫ້ອງການການເງິນບັນດາເມືອງ, ວິທະຍາກອນຈາກກົມກ່ຽວຂ້ອງພາຍໃນກະຊວງການເງິນ, ຜູ້ຕາງໜ້າຈາກໜ່ວຍງານຈັດຕັ້ງປະຕິບັດໂຄງການ ແລະ ຄະນະຮັບຜິດຊອບການຝຶກອົບຮົມເຂົ້າຮ່ວມ.
ຊຸດຝຶກອົບຮົມ ໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດໃນການຄຸ້ມຄອງການເງິນແຫ່ງລັດ,ຮັບປະກັນໄດ້ ຄຸນນະພາບຂອງບຸກຄະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຊິ່ງໃນປະຈຸບັນໄດ້ມີການປັບປຸງກົງຈັກ ກໍ່ຄື ໄດ້ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເຮັດໃຫ້ພະນັກງານຂະແໜງການເງິນທັງສຸກກາງ ແລະທ້ອງຖິ່ນ ຈໍານວນໜຶ່ງຍັງບໍ່ທັນຮູ້ເຖິງສິດ, ໜ້າທີ່, ພາລະບົດບາດຂອງວຽກງານບັນດາກົມ ສະນັ້ນ, ຈຶ່ງຈັດຝຶກອົບຮົມນີ້ຂື້ນມາ ເພື່ອສືບຕໍ່ຜັນຂະຫຍາຍການສ້າງຄວາມອາດສາມາດ ໃນແຕ່ລະວຽກງານທີ່ຮັບຜິດຊອບ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.
ໃນການຝຶກອົບຮົມ, ນັກສຳມະນາກອນຈະໄດ້ຮຽນຮູ້ ວຽກງານຈໍານວນໜຶ່ງຂອງບັນດາກົມພາຍໃນກະຊວງການເງິນ ໂດຍຜ່ານການບັນຍາຍ, ແລກປ່ຽນຄໍາຄິດຄໍາເຫັນຈາກບັນດາເອກະສານທີ່ກ່ຽວຂ້ອງ, ນິຕິກໍາຕ່າງໆ, ແລກປ່ຽນຄໍາຄິດຄໍາເຫັນ ກັບວິທະຍາກອນ ແລະ ຄະນະຮັບຜິດຊອບການຝຶກອົບຮົມ. ເຊິ່ງຄະນະຮັບຜິດຊອບ ແລະ ວິທະຍາກອນ ໄດ້ຄັດຈ້ອນເອົາວຽກງານຈາກ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM) ມານໍາສະເໝີຄັ້ງນີ້ ປະກອບມີ 7 ຫຼັກສູດຕົ້ນຕໍ ທີ່ໄດ້ມີການຮັບຮອງຢ່າງເປັນທາງການ ດັ່ງນີ້: ຫຼັກສູດ ບົດລາຍງານການເງິນ ແລະ ການບັນຊີ; ການວາງແຜນ ແລະ ຈັດຕັ້ງປະຕິບັດ ງົບປະມານ; ການຄຸ້ມຄອງລາຍຮັບ; ການຄຸ້ມຄອງລາຍຈ່າຍ; ການຄຸ້ມຄອງແຫຼ່ງເງິນ ແລະ ໜີ້ສິນສາທາລະນະ; ການຈັດຊື້ - ຈັດຈ້າງດ້ວຍທຶນຂອງລັດ ແລະ ຫຼັກສູດ ການກວດສອບ ແລະ ກວດກາ. ພ້ອມນີ້ຍັງ ລົງເລີກຕື່ມໃນຫົວຂໍ້ສະເພາະຂອງຂະແໜງການ ແລະ ວຽກງານປິ່ນອ້ອມ.
![]() | ![]() |
ໂອກາດນີ້, ທ່ານ ອຸບັນ ສຸພິດາ ກໍາມະການຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ກະຊວງການງເງິນ ໄດ້ມີຄໍາເຫັນວ່າ: ລັດຖະບານກໍຄືກະຊວງການເງິນ ກໍາລັງດໍາເນີນການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ເພື່ອສະໜັບສະໜູນຍຸດທະສາດ ການພັດທະນາການຄຸ້ມຄອງການເງິນແຫ່ງລັດ 2025 ແລະ ວິໄສທັດ 2030 ໂດຍການປັບປຸງວິທີການວາງແຜນນໍາໃຊ້ ແຫຼ່ງທຶນແຫ່ງລັດ, ເສີມສ້າງຄວາມໄວ້ວາງໃຈ ສ້າງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ.
ເປົ້າໝາຍຂອງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ (PFM) ແມ່ນໃຫ້ມີຄວາມສອດຄ່ອງຂອງນະໂຍບາຍໃນທົົ່ວທຸກລະດັບຂອງລັດຖະບານ, ເພີ່ມປະສິດທິພາບ ທັນເວລາໃນຂັັ້ນຕອນການປະຕິບັດງົບປະມານ ແລະ ຍົກສູງຄວາມໂປ່ງໃສໃນການໃຊ້ຈ່າຍ ຂອງພາກລັດໂດຍຜ່ານຂໍ້ມູນການເງິນທີີ່ເຊືີ່ອຖືໄດ້.
ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນ ສອດຄ່ອງກັບຄຳຂວັນຂອງອົງຄະນະພັກ ຄັ້ງທີ IV ຂອງກະຊວງການເງິນ ທີ່ວ່າ: ຍົກສູງບົດບາດການນຳພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ, ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ.


