• ກະຊວງການເງິນ
  • |
  • 2026-01-29
  • |
  • ວຽກວິຊາສະເພາະ

         ໃນວັນທີ 29 ມັງກອນ 2026, ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ວຽງສາລີອິນທະພົມ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ຜູ້ໃໝ່) ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີຄະນະກົມຈາກະຊວງການເງິນ, ຄະນະພະແນກ ການເງິນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

          ອີງຕາມຂໍ້ຕົກລົງ ສະບັບເລກທີ ເລກທີ 118/ຄປພ.ນວ, 119/ຈນວ, 27 ມັງກອນ 2026. ຄະນະປະຈຳພັກນະຄອນຫຼວງວຽງຈັນ ຕົກລົງ ແຕ່ງຕັ້ງ ທ່ານ ວຽງສາລີ ອິນທະພົມກຳມະການພັກນະຄອນຫຼວງວຽງຈັນ, ເປັນເລຂາຄະນະພັກຮາກຖານ ພະແນກ ການເງິນນະຄອນຫຼວງວຽງຈັນ; ເຈົ້າຄອງນະຄອນຫຼວງວຽງຈັນຕົກລົງ ແຕ່ງຕັ້ງ ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນນະ ຄອນຫຼວງວຽງຈັນ ເປັນ ຫົວໜ້າພະ ແນກການເງິນນະຄອນຫຼວງວຽງຈັນ; ​

        ໃນພິທີ ທ່ານ ປອ ນາງ ບົວວອນ ສຸກລາແສງ ໄດ້ຂຶ້ນ ໄດ້ລາຍໂດຍ ສັງເຂບ ບາງວຽກງານ ທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃນໜ້າວຽກຈຸດສຸມ ບາງແຜນງານທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການ ຄວາມຮູ້ ຄວາມສາມາດ  ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ຜູ້ໃໝ່) ບວກກັບການຊີ້ນຳໆພາຢ່າງໃກ້ຊິດ ຈາກ ຂັ້ນເທິງ ຈະສາມາດຈັດຕັ້ງປະຕິບັດແຜນງານຈຳສຸມຕ່າງ ໄດ້ຕາມແຜນທີ່ວາງໄວ້.

        ຈາກນັ້ນ ວຽງສາລີ ອິນທະພົມ ໄດ້ຂຶ້ນກ່າວຮັບໜ້າທີ່ ໃນນາມຫົວໜ້າພະແນກການເງິນນະ ຄອນຫຼວງວຽງຈັນ (ຜູ້ໃໝ່)  ຈະສືບຕໍ່ຈັດຕັ້ງປະຕິບັດ ວຽກງານ ສືບຕໍ່ປະສານສົບທົບ ກັບທຸກພາກສ່ວນ ໃນແຜນງານຕົວຈິງ ກໍ່ຄື ໜ້າທີ່ການເມືອງ ອັນສຳຄັນດັ່ງກ່າວໃຫ້ສຳເລັດຕາມລະດັບຄາດໝາຍທີ່ຄະນະພັກທີ່ວາງໃຫ້.

                ໂອກາດນີ້, ທ່ານ ນາງພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງ ຫຼືຊັບຊ້ອນໜ້າທີ່ ຂອງພະນັກງານຫຼັກແຫຼ່ງຖືເປັນວຽກປົກກະຕິ ຂອງວຽກງານກົງຈັກການຈັດຕັ້ງ ຕາງໜ້າຄະນະພັກກະຊວງ ຂໍສະ ແດງຄວາມຊົມເຊີຍສະຫາຍໃນການປະ ກອບສ່ວນເຫື່ອແຮງ ສະຕິປັນຍາໃນພາລະກິດ ໜ້າທີ່ການເມືອງຂອງ ຫົວໜ້າພະແນກການເງິນ (ຜູ້ເກົ່າ)ທີ່ໄດ້ຕັ້ງໜ້າ ຈັດຕັ້ງປະຕິບາດວຽກງານຂອງຕົນ ຢ່າງມີຄວາມຮັບຜິດຊອບສູງ, ຂໍໃຫ້ສືບຕໍ່ ປະສານຊ່ວຍເຫຼືອ ແລກ ປ່ຽນບົດຮຽນປະສົບການ ກັນເປັນໄລຍະ ເພື່ອສືບຕໍ່ ວຽກງານຈຸດສຸມ ທີ່ພວມຈັດຕັ້ງປະຕິບັດແຜນງານ ໃຫ້ສຳເລັດລຸລ່ວງໄປດ້ວຍດີ; ສຳລັບຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ຜູ້ໃໝ່)ໃຫ້ເພີ່ມທະວີຄວາມຮັບຜິດ ຊອບຊີ້ນຳ-ນຳພາ ສືບຕໍ່ຊີ້ນຳ-ພາບັນດາໜ້າວຽກຈຸດສຸມ ຕ່າງໆທີ່ພວມຈັດຕັ້ງປະຕິບັດ ແຜນງານ ໜ້າວຽກສຳຄັນ ໂດຍສະເພາະວຽກງານຈຸດສຸມທີ່ຍັງບໍ່ທັນສຳເລັດ ປະ ສານສົມທົບຢ່າງກົມກຽວກັນຢ່າງຊະໜິດແໜ້ນ ເພື່ອພ້ອມກັນສືບຕໍ່ພາລະກິດ ໜ້າທີ່ການເມືອງບັນ ລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ