• ຫ້ອງການ
  • |
  • 2026-01-28
  • |
  • ວຽກວິຊາສະເພາະ

     ໃນວັນທີ 21 ມັງກອນ 2026 ນີ້, ຫ້ອງການກະຊວງການເງິນ ກໍ່ຄືພະແນກໂຄສະນາຂ່າວສານເສດຖະກິດ ແລະ ການເງິນ; ໄດ້ຈັດກອງປະຊຸມສຳມະນາການຂະຫຍາຍຕາໜ່າງຂ່າວສານ ການເງິນ ແບບມີສ່ວນຮ່ວມໃນຂອບເຂດທົ່ວເທດໃຫ້ 8 ແຂວງພາກເໜືອ, ເຊິ່ງໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ; ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ນວນລະອອງ ທໍາມະວົງ ຮອງຫົວໜ້າຫ້ອງການກະຊວງການເງິນ; ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ; ທ່ານ ພອນໄຊ ສີອຸດົມພັນ ຮອງຫົວໜ້າສະຖາບັນເສດຖະກິດ-ການເງິນສາຂາພາກເໜືອ; ຫົວໜ້າພະແນກໂຄສະນາຂ່າວສານເສດຖະກິດ ແລະ ການເງິນ; ຄະນະຮັບຜິດຊອບ; ບັນດານັກສຳມະນາກອນທີ່ມາຈາກພະແນກການເງິນ, ພາສີ, ສ່ວຍສາອາກອນ, ຄະນະໂຄສະນາຮົມຮົມຂອງແຂວງທີ່ມາຈາກ 8 ແຂວງພາກເໜືອເຂົ້າຮ່ວມ.

       ກອງປະຊຸມສໍາມະນາຂະຫຍາຍຕາໜ່າງຂ່າວການເງິນແບບມີສ່ວນຮ່ວມຂອງຂະແໜງການເງິນ, ເປັນການ ຍົກລະດັບວຽກງານໂຄສະນາຂ່າວສານການເງິນຫັນທັນສະໄໝ, ຍົກສູງບົດບາດຄວາມເປັນເຈົ້າການຕໍ່ວຽກງານສື່ມວນຊົນຂອງຂະແໜງການເງິນໃຫ້ເຕີບໃຫຍ່ເຂັ້ມແຂງຮັບໃຊ້ສັງຄົມຢ່າງມີຄຸນນະພາບ ແລະ ລວມສູນແຕ່ສູນກາງລົງຮອດທ້ອງຖິ່ນ; ພ້ອມທັງຕີຖອຍທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງການເງິນ, ຕ້ານ ແລະ ສະກັດກັ້ນຂ່າວປອມ, ຫາງສຽງສັງຄົມ, ການໃສ່ຮ້າຍຂອງກຸ່ມຄົນບໍ່ຫວັງດີໃຫ້ທັນກັບເຫດການ; ສ້າງກົນໄກການຄຸ້ມຄອງວຽກງານໂຄສະນາຂອງແຕ່ລະພາກສ່ວນໃຫ້ມີສ່ວນຮ່ວມໃນການຕິດຕາມ, ເຜີຍແຜ່, ແນະນໍາໃຫ້ແກ່ພະນັກງານຂະແໜງການເງິນທຸກຄົນເຂົ້າຕິດຕາມຂ່າວສານເສດຖະກິດ ແລະ ການເງິນຜ່ານສື່ອອນລາຍທາງການ ແລະ ໃຫ້ຖືເປັນພັນທະໜຶ່ງທີ່ຕ້ອງໄດ້ປະກອບສ່ວນເປັນເຈົ້າການຮ່ວມກັນ.

ທັງນີ້, ເພື່ອແນໃສ່ການເຊື່ອມສານວຽກງານດັ່ງກ່າວເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ກໍຄືມະຕິກອງປະຊຸມໜ່ວຍພັກຫ້ອງການຄັ້ງທີ VIII ໃຫ້ປະກົດຜົນເປັນຈິງຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດປີ 2026 ໃຫ້ບັນລຸຕາມແຜນການທີ່ສະພາແຫ່ງຊາດຮັບຮອງ, ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບົນຈິດໃຈສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ຂອງຂະແໜງການເງິນໃຫ້ປະກົດຜົນເປັນຈິງ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ, ເຊິ່ງບັນດາຜູ້ເຂົ້າຮ່ວມ, ນັກສໍາມະການກອນໄດ້ເຊີດຊູຄວາມຮັບຜິດຊອບ, ຄວາມເປັນເຈົ້າການຄົ້ນຄວ້າ, ລົງເລິກ, ການປະກອບຄວາມຄິດເຫັນຕໍ່ບັນຫາຕ່າງໆຢ່າງມີລັກສະນະວິທະ ຍາສາດ, ຫຼາກຫຼາຍ, ກົງໄປກົງມາ ແລະ ສ່ອງແສງສະພາບຕົວຈິງເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນວຽກງານຕົວຈິງ; ສາມາດຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການເງິນໄດ້ຢ່າງຖືກຕ້ອງສອດ ຄ່ອງຕາມຄວາມເປັນຈິງຊອກເຫັນດ້ານຕັ້ງໜ້າ, ສິ່ງທີ່ພົ້ນເດັ່ນເພື່ອເສີມຂະຫຍາຍ, ບັນຫາຂໍ້ຄົງຄ້າງ, ສິ່ງທ້າທາຍ, ຄວາມຫຍຸ້ງຍາກເພື່ອພ້ອມກັນປັບປຸງ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການເງິນໃຫ້ດີຂຶ້ນໃນຕໍ່ໜ້າ.

© 2025 Copyright: ກະຊວງການເງິນ, ສປປ ລາວ