• ຂ່າວທ້ອງຖິ່ນ
  • |
  • 2026-01-28
  • |
  • ວຽກວິຊາສະເພາະ

      ໃນປີ 2025 ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ເກັບລາຍຮັບເຂົ້າງົບມານແຫ່ງລັດໄດ້ທັງໝົດ 634.652 ຕື້ກີບ ຫຼື ເທົ່າກັບ 159,46% ຂອງແຜນການປີ, ເພີ່ມຂຶ້ນ 59,46% ຄິດເປັນເປັນເງິນລື່ນແຜນການປີ236.652 ຕື້ກີບ.ທ່ານ ສຸພັດ ສຸແສງໄທ ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ, ຫົວໜ້າດ່ານພາສີສາກົນນາເພົ້າ ໄດ້ລາຍງານໃນການຈັດຕັ້ງປະຕິບັດການເກັບລາຍຮັບໃນປີຜ່ານມາວ່າ: ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນກໍຄືກົມພາສີຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30,49% ຫຼື ເທົ່າກັບ 93 ຕື້ກີບ; ແຕ່ຜ່ານການຈັດຕັ້ງປະຕິບັດລາຍຮັບໝົດປີ 2025 ສາມາດປະຕິບັດໄດ້ 634.652 ຕື້ກີບ, ເທົ່າກັບ 159,46% ຂອງແຜນການປີ,ເພີ່ມຂຶ້ນ 59,46% ຫຼື ເປັນເງິນເທົ່າກັບ 236.652 ຕື້ກີບ; ຖ້າສົມທຽບໃສ່ໄລຍະດຽວກັນປີຜ່ານມາ 357.161 ຕື້ກີບ, ເທົ່າກັບ 177.69% ເພີ່ມຂຶ້ນ 77,69% ຫຼື ເທົ່າກັບ 277.490 ຕື້ກີບ.

       ສິນຄ້າຫຼັກທີ່ເຮັດໃຫ້ສາມາດການຈັດເກັບລາຍຮັບໄດ້ລື່ນແຜນປະກອບມີ: ການສົ່ງອອກແຮ່ທາດຕ່າງໆ, ການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລີໂພກ, ສິນຄ້າໃນໝວດອື່ນໆ.ນອກນັ້ນ,ລາຍຮັບໄດ້ຈາກຄ່າປັບໃໝ່, ຂາຍເຄື່ອງຮິບ ແລະ ຄ່າທຳນຽມຕ່າງໆ. ຄຽງຄູ່ກັນນີ້,ໄດ້ມີລະບົບທັນສະໄໝອໍານວຍຄວາມສະດວກຕ່າງໆແກ່ຜູ້ປະກອບການ,ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານຄຸ້ມຄອງການຈັດເກັບລາຍຮັບວຽກງານພາສີ, ສາມາດຈັດເກັບລາຍຮັບຕ່າງໆເຂົ້າງົບປະມານແຫ່ງລັດ, ຖືກຕ້ອງ, ຄົບຖ້ວນ, ທັນກັບເວລາ ແລະ ສອດຄ່ອງຕາມລະບຽບກົດໝາຍ.

       ສ່ວນແຜນການຈັດເກັບລາຍຮັບໃນປີ 2026 ດ່ານພາສີສາກົນນາເພົ້າ, ໄດ້ຮັບຕົວເລກມອບໝາຍຈາກ ກະຊວງການເງິນ ກົມພາສີຈໍານວນ 643.209 ຕື້ກີບ, ເພີ່ມຂຶ້ນ 61,61% ຫຼື ເທົ່າກັບ 245,209 ຕື້ກີບ;ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ; ຄະນະດ່ານໄດ້ກຳນົດມາດຕະການຈຳນວນໜຶ່ງເປັນວຽກງານຈຸດສຸມເປັນຕົ້ນ:  ກວດກາເອກະສານໃຫ້ມີຄວາມຮັດກຸມຖືກຕ້ອງຕາມລະບຽບກົດໝາຍ, ຄຸ້ມ​ຄອງ​ສິນ​ຄ້າ​ຜ່ານ​ແດນ​ສາ​ກົນ​ທີ່​ໄດ້​ກຳ​ນົດ​ໄວ້ຕາມ​ລະ​ບຽບ​ກ​ດົ​ໝາຍ, ປັບປຸງຂອດບໍລິການໃຫ້ສະດວກວ່ອງໄວ, ເພີ່ມທະວີວຽກງານກວດກາສິນຄ້າເຂົ້າ-ອອກດ່ານໃຫ້ເຂັ້ມແຂງກວ່າເກົ່າ, ຕ້ານທຸກການຮົ່ວໄຫຼຂອງລາຍຮັບຕາມຄໍາສັ່ງເລກທີ 18/ນຍ. ພ້ອມນີ້, ເນັ້ນໃຫ້ພະນັກງານໃຫ້ເພີ່ມວຽກງານກວດກາສິນຄ້າໃຫ້ໜັກແໜ້ນ, ເຂັ້ມແຂງຂຶ້ນກວ່າເກົ່າ,ບົນພື້ນຖານລະບຽບກົດໝາຍທີ່ວາງໄວ້,ແນໃສ່ເຮັດໃຫ້ການຈັດເກັບລາຍຮັບບັນລຸໄດ້ຕາມແຜນການ.

© 2025 Copyright: ກະຊວງການເງິນ, ສປປ ລາວ