• ກະຊວງການເງິນ
  • |
  • 2026-01-27
  • |
  • ວຽກວິຊາສະເພາະ

ມອບ-ຮັບໜ້າທີ່ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່

        ໃນວັນທີ 26 ມັງກອນ 2026, ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ(ຜູ້ເກົ່າ) ແລະ ທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ(ຜູ້ໃໝ່) ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະ  ມົນຕີກະຊວງການເງິນ ມີຫົວໜ້າສ່ວຍສາອາກອນແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

        ໃນພິທີ ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ຂຶ້ນກ່າວອຳລາໜ້າທີ່ ພ້ອມທັງໄດ້ລາຍໂດຍ ສັງເຂບ ບາງວຽກງານ ທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃນໜ້າວຽກຈຸດສຸມ ເພື່ອຍົກໃຫ້ເຫັນ ໃບໜ້າໃໝ່ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງສ່ວຍສາອາກອນທີ່ ຕ້ອງສືບກ້າວໄປທາງໜ້າ ດ້ວຍບາດກ້າວທີ່ໜັກແໜ້ນເຂັ້ມແຂງ ຢ່າງຍືນຍົງ.

        ຈາກນັ້ນ ທ່ານຄໍາພັນ ພັນທຸລັກ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍທ່ານໄດ້ຍົກເອົາບາງຜົນງານ ບາງຜົນສຳເລັດທີ່ພົ້ນເດັ່ນ ຂອງຫົວໜ້າກົມສ່ວຍສາອາກອນຜູ້ເກົ່າ ພ້ອມທັງ ພາລະກິດທີ່ທ່ານ ໄດ້ຊີ້ນຳ-ນຳພາ ກໍ່ຄືພວມຈັດຕັ້ງປະຕິບັດ ໃນນາມວ່າການຫົວໜ້າກົມຜູ້ໃໝ່ ຈະສືບຕໍ່ພາລະກິດ ໜ້າທີ່ການເມືອງ ອັນສຳຄັນດັ່ງກ່າວໃຫ້ສຳເລັດຕາມລະດັບຄາດໝາຍທີ່ຄະນະພັກທີ່ວາງໃຫ້.

ໂອກາດນີ້, ທ່ານ ນາງພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ການຊັບຊ້ອນ ແລະ ມອບ-ຮັບໜ້າທີ່ຖືເປັນວຽກປົກກະຕິ ຂອງວຽກງານກົງຈັກການຈັດຕັ້ງ ຢ່າງໃດກໍຕາມ ຕາງໜ້າຄະນະພັກກະ ຊວງ ຂໍສະ ແດງຄວາມຊົມເຊີຍສະຫາຍໃນການປະ ກອບສ່ວນເຫື່ອແຮງ ສະຕິປັນຍາໃນພາລະກິດ ໜ້າທີ່ການເມືອງຂອງ ຫົວໜ້າກົມສ່ວຍສາອາກອນ(ຜູ້ເກົ່າ)ຢ່າງຕັ້ງໜ້າ, ຂໍໃຫ້ສືບຕໍ່ ປະສານຊ່ວຍ ເຫຼືອ ແລກປ່ຽນບົດຮຽນປະສົບການ ກັນເປັນໄລຍະ ເພື່ອສືບຕໍ່ ວຽກງານຈຸດສຸມ ທີ່ພວມຈັດຕັ້ງປະຕິ ບັດແຜນງານ ໃຫ້ສຳເລັດລຸລ່ວງ; ວ່າການຫົວໜ້າກົມ(ຜູ້ໃໝ່)ໃຫ້ເພີ່ມທະວີຄວາມຮັບຜິດ ຊອບຊີ້ນຳ-ນຳພາ ສືບຕໍ່ຂັບເຂື່ອນພາລະກິດ ໂດຍສະເພາະວຽກງານຈຸດສຸມທີ່ຍັງບໍ່ທັນສຳເລັດ ຈັດຕັ້ງຜັນຂະຫຍາຍ ່ຮຳຮຽນເອົາ ບົດຮຽນຜົນງານທີ່ພົ້ນເດັ່ນ ຂອງອາດີດຫົວໜ້າກົມ ປະສານສົມທົບຢ່າງກົມກຽວກັນຢ່າງຊະໜິດແໜ້ນ ເພື່ອພ້ອມກັນສືບຕໍ່ພາລະກິດ ໜ້າທີ່ການເມືອງບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ