ໃນວັນທີ 26 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ, ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ວິຊາການຂະແໜງງົບປະມານແຫ່ງລັດ ທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການ 2026 ໂດຍການເປັນປະທານຂອງ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ມີຮອງຫົວໜ້າກົມ, ຄະນະພະແນກ, ຕາງໜ້າຈາກຫ້ອງການ, ບັນດາກົມອ້ອມຂ້າງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ພະແນກການເງິນ, ຂະແໜງງົບປະມານ ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ໜູເຊີຍ ພົມສີຈັນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການເຜີຍແຜ່ ບາງນິຕິກຳ ເປັນຕົ້ນ: 1) ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມງົບປະມານແຫ່ງລັດ ສະບັບເລກທີ 3464/ກງ, ລົງວັນທີ 08 ຕຸລາ 2025 ທີ່ຕິດພັນກັບ ວຽກງານຄຸ້ມຄອງຫົວໜ່ວຍວິຊາການ, ກອງທຶນ ແລະ ວຽກງານການປະເມີນແຜນງົບປະມານແຫ່ງລັດ; 2) ນໍາສະເໜີແຜນພັດທະນາຂະແໜງການເງິນ 5 ປີ ທີ່ຕິດພັນກັບວຽກງານງົບປະມານ; 3) ເຜີຍແຜ່ຄໍາແນະນໍາ ການປະຕິບັດເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ຂອງ ພະນັກງານ-ລັດຖະກອນ, ຄູ, ທະຫານ, ຕຳຫຼວດ ແລະ ພະນັກງານບຳານານ-ເສຍອົງຄະ ສະບັບເລກທີ 4904/ກງ, ລົງວັນທີ 26 ທັນວາ 2025; 4) ນໍາສະເໜີ ຮ່າງການປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ; 5) ນໍາສະເໜີວຽກງານປະເມີນລາຍຈ່າຍສົ່ງເສີມວິຊາການທີ່ຕິດພັນກັບແຜນວຽກ, ແຜນງານ ແລະ ນອກຈາກນັ້ນ ຍັງຈະໄດ້ພ້ອມກັນ ປຶກສາຫາລືວຽກງານຈຸດສຸມທີ່ສໍາຄັນຮ່ວມກັນຈໍານວນໜຶ່ງ 
ທ່ານ ຫົວໜ້າກົມງົບປະມານແຫ່ງລັດ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນປີ 2025 ຂະແໜງງົບປະມານ ສາມາດສູ້ຊົນເກັບລາຍຮັບທັງໝົດ 75,437 ຕື້ກີບ ເທົ່າກັບ 109% ຂອງແຜນໝົດປີ ຫຼື ເທົ່າກັບ 20.12% ຂອງ GDP, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 22% ເປັນເງິນປະມານ 13,990 ຕື້ກີບ, ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 72,624 ຕື້ກີບ ເທົ່າກັບ 113% ຂອງແຜນໝົດປີ ຫຼື ເທົ່າກັບ 19.37% ຂອງ GDP ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ເພີ່ມຂຶ້ນ 24% ເປັນເງິນປະມານ 14,309 ຕື້ກີບ ປະກອບມີ: ລາຍຮັບສູນກາງ ປະຕິບັດໄດ້ 47,405 ຕື້ກີບ ເທົ່າກັບ 108% ຂອງແຜນໝົດປີ ແລະ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 25,218 ຕື້ກີບ ເທົ່າກັບ 123% ຂອງແຜນໝົດປີ. 
ສໍາລັບຂັ້ນທ້ອງຖິ່ນ ທຸກແຂວງ ສາມາດເກັບລາຍຮັບໄດ້ ເກີນ 100% ຂອງແຜນໝົດປີ, ເປັນເງິນປະມານ 6,600 ກວ່າຕື້ກີບ.
ຄຽງຄູ່ກັບຜົນສໍາເລັດດ້ານຕັ້ງໜ້າ ເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຂໍ້ຈໍາກັດຫຼາຍດ້ານ. ສະນັ້ນ, ໃນກອງປະຊຸມຄັ້ງນີ້ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ຍັງໄດ້ເນັ້ນຕື່ມວ່າ: ພວກເຮົາຈະຕ້ອງໄດ້ພ້ອມກັນ ປະກອບຄໍາຄິດຄໍາເຫັນຕໍ່ບັນດາຮ່າງນິຕິກໍາ ແລະ ຄົ້ນຄ້ວາທິດທາງມາດຕະການໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2026 ເປັນຕົ້ນ: ກົນໄກ ແລະ ວິທີການເກັບລາຍຮັບແບບທັນສະໄໝ ແລະ ລວມສູນ, ດ້ານລາຍຈ່າຍງົບປະມານໃນເງື່ອນໄຂລາຍຈ່າຍງົບປະມານມີຈໍາກັດ ຈະຕ້ອງໄດ້ຍົກສູງປະສິດທິພາບຂອງການນຳໃຊ້ໃຫ້ເກີດປະສິດທີຜົນສູງສຸດ. ພ້ອມນັ້ນ, ເຫັນວ່າຕ້ອງໄດ້ທົບທວນຄືນ ອັດຕາສ່ວນ ລາຍຈ່າຍລົງທຶນພາຍໃນ ໃຫ້ມີລັກສະນະເພີ່ມຂຶ້ນ ທຽບກັບລາຍຈ່າຍບໍລິຫານ, ຕ້ອງໄດ້ຊຸກຍູ້ການລົງທຶນໂດຍກົງຈາກຕ່າງປະເທດທີ່ມີຄຸນນະພາບ ໃຫ້ມີລັກສະນະເພີ່ມຂຶ້ນ ເພື່ອກະຕຸກຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ໃຫ້ໄປຕາມທິດຂອງ ສອຈ (ແຜນລາຍຮັບ-ລາຍຈ່າຍ 2026) ໃຫ້ບັນລຸຕາມລະດັບຄາດໝາຍ ທີ່ໄດ້ກໍານົດໄວ້.