• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2026-01-23
  • |
  • ວຽກງານພັກ-ພະນັກງານ

      ໜ່ວຍພັກຮາກຖານ ກົມກວດກາລັດ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ຂຶ້ນໃນວັນທີ 23 ມັງກອນ 2026 ໂດຍການເປັນປະທານຮ່ວມຂອງ ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ ກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງການເງິນ; ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກ ກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ຂັນຄໍາ ໄຊຍະວົງ ກໍາມະການພັກ, ຮອງປະທານກວດກາພັກ ກະຊວງ, ເລຂາໜ່ວຍພັກຮາກຖານ, ຮັກສາການຫົວໜ້າກົມກວດກາລັດ. ມີຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກພາຍໃນກົມ ແລະ ແຂກໄດ້ຖືກເຊີນ ເຂົ້າຮ່ວມ.

          ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ກົມກວດກາລັດ ຄັ້ງທີ VII ໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄຳເຫັນຕໍ່ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ຊຸດທີ VI ເຊິ່ງໄດ້ສະຫຼຸບຕີລາຄາຢ່າງພາວະວິໄສ ຕໍ່ຜົນງານການເຄື່ອນໄຫວການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ. ພ້ອມນີ້ ກອງປະຊຸມ ໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີໃນຕໍ່ໜ້ານັບແຕ່ປີ 2026-2030.

          ໃນກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ (ຊຸດໃໝ່) ບົນພື້ນຖານຫຼັກການລວມສູນ ປະຊາທິປະໄຕ, ຖືກຕ້ອງ ສອດຄ່ອງຕາມມາດຕະຖານ ເງື່ອນໄຂ ທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ທັງໝົດຈຳນວນ 09 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງ ກອງປະຊຸມໄດ້ເປັນເອກະສັນເລືອກໄດ້ 07 ສະຫາຍ ດັ່ງນີ້:

1. ສະຫາຍ ຂັນຄໍາ ໄຊຍະວົງ                 ເປັນເລຂາໜ່ວຍພັກ;

2. ສະຫາຍ ບຸນເກີດ ສຸວັນນະເສນ         ຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ;

3. ສະຫາຍ ສຸລິນພອນ ເພັດໄຊສີ           ກຳມະການໜ່ວຍພັກ, ທັງເປັນຮອງປະທານກວດກາໜ່ວຍພັກ;

4. ສະຫາຍ ປະຫວັດ ພິລາວົງ               ກຳມະການໜ່ວຍພັກ;

5. ສະຫາຍ ນະຄອນໄຊ ພິມມະຈັນ        ກຳມະການໜ່ວຍພັກ;

6. ສະຫາຍ ນາລັດ ບົວດອກທອງ          ກໍາມະການໜ໋ວຍພັກ;

7. ສະຫາຍ ບຸນມາ ວໍລະສານ              ກໍາມະການໜ່ວຍພັກ.

        ໂອກາດນີ້, ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ ກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງການເງິນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ; ພ້ອມນັ້ນ ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດວິຊາສະເພາະ ກໍຄືວຽກງານຂະແໜງກວດກາລັດ ໃຫ້ມີປະສິດທິຜົນກວ່າເກົ່າ ໂດຍຮຽກຮ້ອງມາຍັງຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທັງໝົດ ພາຍໃນກົມ ຈົ່ງເຊີດຊູສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດວຽກງານຢ່າງມີແຜນການ, ໂຄງການ ແລະ ແຜນງານຢ່າງລະອຽດ ສ້າງທ່າຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ບຸກບືນພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ. ພ້ອມທັງສະເໜີໃຫ້ຄະນະໜ່ວຍພັກ (ຊຸດໃໝ່) ຕ້ອງໄດ້ຄົ້ນຄວ້າປັບປຸງ ຕາມ 5 ຫຼັກການ ແລະ 3 ທິດນໍາຢ່າງຕໍ່ເນື່ອງເຂົ້າສູ່ລວງເລິກ, ສ້າງຄວາມສາມັກຄີ ພາຍໃນ-ພາຍນອກ ເຮັດໃຫ້ ສະມາຊິກພັກ ມີຄວາມເຂັ້ມແຂງ ແລະ ເປັນພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບ, ນໍາໜ້າ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ