ໃນວັນທີ 26 ມັງກອນ 2026, ໄດ້ມີກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຂະແໜງ ຄັງເງິນ ປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍການເປັນປະທານ ຂອງທ່ານ ນາງ ບົວເລິງຄິນ ດວງສະຫວັນ, ຫົວໜ້າຄັງເງິນແຫ່ງລັດ ມີຜູ້ຕາງໜ້າຈາກ ກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ບົວເລິງຄິນ ດວງສະຫວັນໄດ້ມີຄຳເຫັນວ່າ: ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ສຸດທີ່ມີຄວາມໝາຍສຳຄັນ ເຊິ່ງກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາ, ປະກອບຄໍາຄິດຄຳເຫັນໃສ່ເອກະສານສຳຄັນເປັນຕົ້ນຄຶ: ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງຄັງເງິນ ປະຈໍາປີ 2025 ແລະ ທິດທາງແຜນ ການ ປີ 2026; ແຜນພັດທະນາຂະແໜງຄັງເງິນ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030; ວຽກງານຫັນເປັນທັນສະໄໝ, ວຽກງານບັນຊີລວມສູນຄັງເງິນ (ລາຍຮັບ-ລາຍຈ່າຍ); ພ້ອມທັງໄດ້ຮັບຟັງການເຜີຍແຜ່ ແລະ ແນະນໍາການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄັງເງິນແຫ່ງລັດ ສະບັບເລກທີ 2888/ກງ, ລົງວັນທີ 09 ກັນຍາ 2025.
ໃນປີ 2025 ເປັນປີໜຶ່ງທີ່ພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄດ້ສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະແມ່ນວຽກຫັນຄັງເງິນເປັນທັນສະໄໝ ເປັນຕົ້ນແມ່ນ ການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS), ການຈັດຕັ້ງປະຕິບັດວຽກງານລວມສູນບັນຊີຄັງເງິນ (TSA), ຖືເປັນບາດກ້າວສໍາຄັນໜຶ່ງໃນການຫັນວຽກງານຄັງເງິນ ໃຫ້ທຽບເທົ່າກັບປະເທດ ພາກພື້ນ ແລະ ສາກົນ; ການຄຸ້ມຄອງລາຍຮັບ ແລະ ປະຕິບັດລາຍຈ່າຍ ການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍ, ເງິນບໍລິຫານທີ່ຈໍາເປັນຮີບດ່ວນ ແລະ ການຊໍາລະໜີ້ສິນຕ່າງປະເທດທັນຕາມກໍານົດເວລາ. 
ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານແຫ່ງລັດ ແມ່ນເບີກຈ່າຍລວມສູນຜ່ານບັນຊີດຽວຂອງຄັງເງິນແຫ່ງລັດ ທີ່ເປີດຢູ່ທະນາຄານແຫ່ງ ສປປ ລາວ ຢູ່ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ເລີ່ມແຕ່ເດືອນ ມິຖຸນາ 2025 ເປັນຕົ້ນມາ ຮອດປະຈຸບັນແມ່ນສໍາເລັດທຸກຫົວໜ່ວຍງົບປະມານ ແລະ ໄດ້ທົດລອງຈັດຕັ້ງປະຕິບັດຢູ່ພະແນກການເງິນ ນະຄອນຫຼວງວຽງຈັນ; ສາມາດຫຼຸດຜ່ອນຂອດຂັ້ນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ ຈາກ 22 ຂັ້ນຕອນ ມາເປັນ 09 ຂັ້ນຕອນ; ຫຼຸດຜ່ອນລາຍເຊັນອະນຸມັດການຈ່າຍງົບປະມານ ຈາກ 04 ລາຍເຊັນມາເປັນ 2 ລາຍເຊັນ ໂດຍນໍາໃຊ້ລາຍເຊັນເອເລັກໂຕຣນິກ; ຫຼຸດຜ່ອນການນໍາສົ່ງເອກະສານໃບຖອນເງິນ ຈາກຫົວໜ່ວຍງົບປະມານ ຫາ ຄັງເງິນແຫ່ງລັດ ແລະ ຈາກຄັງເງິນແຫ່ງລັດ ຫາ ທະນາຄານ ໂດຍຫັນມານໍາສົ່ງຜ່ານລະບົບເອເລັກໂຕຣນິກ; ເກັບສໍາເນົາເອກະສານໃນລະບົບຖານຂໍ້ມູນລວມສູນຂອງກະຊວງການເງິນ ເປັນຟາຍເອເລັກໂຕຣນິກ ແລະ ມອບຄວາມຮັບຜິດຊອບໃຫ້ຫົວໜ່ວຍງົບປະມານເປັນເຈົ້າການຫຼາຍຂຶ້ນ.