ກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກຮາກຖານກົມຈັດຕັ້ງ ຄັ້ງທີ IX, ໄດ້ໄຂຂຶ້ນໃນວັນທີ 23 ມັງກອນ 2026, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ຂັນຄຳ ໄຊຍະວົງ ກຳມະການພັກກະຊວງ, ຮອງປະທານກວດກາພັກກະຊວງ, ຮັກສາການຫົວໜ້າກົມກວດກາລັດ ມີຄະນະໜ່ວຍພັກຮາກຖານ, ພ້ອມດ້ວຍສະມາຊິກພັກ ແລະ ແຂກຖືເຊີນເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ພ້ອມກັນຄົ້ນ ຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ,ບົດສຳຫຼວດການນຳພາລວມ, ແຜນພັດທະນາກົມຈັດຕັ້ງໃນໄລຍະ 05 ປີ (2026-2030) ແລະ ໄດ້ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 05 ປີຜ່ານມາ ພ້ອມນັ້ນ, ຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີໃນຕໍ່ໜ້ານັບແຕ່ປີ 2026-2030.
![]() | ![]() |
ໃນກອງປະຊຸມ ໄດ້ຮັບຟັງການລາຍງານ, ການປະກອບຄຳເຫັນຈາກຜູ້ຕາງໜ້າສະມາຊິກພັກ, ໄດ້ສະແດງຄວາມເປັນເອກະພາບຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາຂອງກົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ; ເອກະພາບຕໍ່ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີເນື້ອໃນສົມບູນຂຶ້ນຕື່ມ.

ພ້ອມດຽວກັນນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ (ຊຸດໃໝ່) ບົນພື້ນຖານຫຼັກການລວມສູນ ປະຊາທິປະໄຕ, ຖືກຕ້ອງ ສອດຄ່ອງຕາມມາດຕະຖານ ແລະ ຄົບຖ້ວນຕາມເງື່ອນໄຂ ທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ທັງໝົດຈຳນວນ 07 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ຄະນະໜ່ວຍພັກ ຈໍານວນ 05 ສະຫາຍ, ຍິງ 01 ສະຫາຍ ດັ່ງນີ້:
- ສະຫາຍ ອຸບັນ ສຸພິດາ ເປັນເລຂາໜ່ວຍພັກ;
- ສະຫາຍ ນາງ ວຽງແກ້ວ ສິດທິວົງ ຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາພັກ;
- ສະຫາຍ ປອ ນິດຖາ ບຸບຜາ ກຳມະການໜ່ວຍພັກ;
- ສະຫາຍ ພູວັນ ໄຊຍະວົງ ກຳມະການໜ່ວຍພັກ;
- ສະຫາຍ ຊົງຍົດ ສາລະວັນ ກຳມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງ ການເງິນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດມາໄດ້ຜົນສຳເລັດຫຼາຍດ້ານ; ພ້ອມນັ້ນ ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາເພື່ອ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍຮຽກຮ້ອງມາຍັງຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທັງໝົດ ພາຍໃນກົມ ຈົ່ງເຊີດຊູສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງຕໍ່ ໜ້າທີ່ການເມືອງ ຂອງຕົນໃຫ້ສູງຂຶ້ນ, ເຮັດວຽກງານມີແຜນການ, ໂຄງການ ແລະ ແຜນງານຢ່າງລະອຽດ ສ້າງທ່າຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ໃຫ້ດີຂຶ້ນກວ່າເກົ່າ, ບຸກບືນພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ ແລະ ສະເໜີໃຫ້ຄະນະໜ່ວຍພັກ (ຊຸດໃໝ່) ຕ້ອງໄດ້ປັບປຸງຕົນເອງ ຕາມ 5 ຫຼັກການ ແລະ 3 ທິດນໍາຢ່າງຕໍ່ເນື່ອງເຂົ້າສູ່ລວງເລິກ, ສ້າງຄວາມສາມັກຄີ ພາຍໃນ-ພາຍນອກ ເຮັດໃຫ້ ສະມາຊິກພັກ ມີຄວາມເຂັ້ມແຂງ ແລະ ເປັນພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບ, ນໍາໜ້າ ເພື່ອສ້າງໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນໄປເລື້ອຍໆ.

