ໃນວັນທີ 23 ມັງກອນ 2026, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ປະຈຳປີ 2025 ໂດຍການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີຄະນະກົມ, ຕາງໜ້າພະແນກການກ່ຽວຂ້ອງຈາກບັນດາແຂວງ ທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ຂຶ້ນລາຍງານກອງປະຊຸມໂດຍສັງເຂບ ຊຶ່ງທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ເອກະພາບກັນໃນການປຶກສາຫາລື ເປັນຕົ້ນແມ່ນ ກົນໄກ ຂະບວນການຕ່າງໆ ໃນການຄຸ້ມຄອງ ການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ການຈັດຊື້ -ຈັດຈ້າງດ້ວຍທຶນຂອງລັດ ຢ່າງຮັດກຸມ ກຳນົດໄດ້ ມາດຕະການຕໍ່ຜູ້ທີ່ບໍ່ປະຕິບັດຕາມລະບຽບກົດໝາຍ ກໍ່ຄື ຕໍ່ສັນຍາຂອງໂຄງການ ແລະ ບັນຫາອື່ນໆ ທີ່ເອກະພາບກັນໃນກອງປະຊຸມດັ່ງກ່າວ.
ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ແລະ ເຊື່ອໝັ້ນວ່າບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ເປັນເຈົ້າການສູງ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄິດ, ວິໄຈບັນຫາ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ເປັນປະໂຫຍດ ຕໍ່ກັບຜົນສໍາເລັດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງ ປະຕິບັດວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ປະຈຳປີ 2025 ແລະ ເປັນເອກະພາບໃນການກະກຽມການຈັດຕັ້ງ ປະຕິບັດທິດທາງແຜນການ ໃນປີ 2026, ບັນດານິຕິກໍາທີ່ກ່ຽວຂ້ອງ ໂດຍຜ່ານການປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງ ພາຍຫຼັງທີ່ມີການໂຮມເອົາວຽກຈັດຊື້-ຈັດຈ້າງ ຈາກກົມຄຸ້ມຄອງຊັບສິນແຫ່ງລັດ ມາໂຮມເຂົ້າກັບວຽກປະເມີນຜົນ ແລະ ວຽກງານປິ່ນອ້ອມຕາມທີ່ກຳນົດໄວ້ ຊຶ່ງເຮັດໃຫ້ ສາມາດຕີລາຄາສະພາບການຈັດຕັ້ງປະຕິ ບັດວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໃນປີຜ່ານມາ ໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງຕາມຄວາມເປັນຈິງ, ເຫັນໄດ້ດ້ານຕັ້ງໜ້າ, ສິ່ງທີ່ພົ້ນເດັ່ນ ແລະ ບັນຫາຂໍ້ຄົງຄ້າງ ເພື່ອເສີມຂະຫຍາຍ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ.
ສໍາລັບການພັດທະນາວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງໃນຕໍ່ໜ້າ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານຢູ່ໃນຂົງເຂດປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ເພີ່ມຄວາມຮັບຜິດຊອບ ເປັນເຈົ້າການສູງຂຶ້ນ ບຸກທະລຸທາງດ້ານຈິນຕະນາການ, ສ້າງກົນໄກການຫັນປ່ຽນໃນວຽກງານໃຫ້ວ່ອງໄວຂຶ້ນ, ທັນເວລາ ແລະ ມີຄຸນນະພາບ, ຫັນພະນັກງານຄົນໜຶ່ງໃຫ້ເຮັດໄດ້ຫຼາຍໜ້າທີ່ຕິດພັນກັບການຫັນເປັນທັນສະໄໝ, ເດັດດ່ຽວເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ; ພ້ອມນັ້ນ ຕ້ອງໄດ້ພັດທະນາວຽກງານປະເມີນ ແລະ ການຈັດຊື້-ຈັດຈ້າງ ໃຫ້ເປັນທັນສະໄໝ, ສືບຕໍ່ປັບປຸງນິຕິກຳ, ສົມທົບກັບຄູ່ຮ່ວມພັດທະນາຕ່າງໆປັບປຸງຄູ່ມືໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ປະຕິບັດວຽກງານຕາມລະບຽບກົດໝາຍຢ່າງເຂັ້ມງວດ; ຄວາມຮຽກຮ້ອງຕ້ອງການຂອງໂຄງການລົງທຶນຂອງລັດໃນແຕ່ລະປີ ແມ່ນສະແດງອອກຢູ່ໃນຕົວເລກການ ລາຍງານຂອງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ການປະມູນຈັດຊື້-ຈັດຈ້າງຢູ່ບາງຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ປະຕິບັດໄປຕາມລະບຽບການ. ຢ່າງໃດກໍ່ຕາມໃຫ້ມີການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃຫ້ຖັນແຖວພະນັກງານຢ່າງທົ່ວເຖິງ ເພື່ອໃຫ້ວຽກງານດັ່ງກ່າວ ມີໃບໜ້າໃໝ່ ມີຄວາມໂປ່ງໃສ່ ທັນສະໄໝ ພາຍໃຕ້ຄວາມເອກະພາບ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.