• ກົມສ່ວຍສາອາກອນ
  • |
  • 2026-01-23
  • |
  • ວຽກວິຊາສະເພາະ

        ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໄດ້ໄຂຂຶ້ນ ວັນທີ 22-23 ມັງກອນ 2026 ຢູ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍ ເປັນປະທານຂອງ ທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳເມືອງ, ນະຄອນ, ເຂດເສດຖະກິດພິເສດ ແລະ ພະນັກງານວິຊາການຫຼັກແຫຼ່ງເຂົ້າຮ່ວມ.

         ໃນກອງປະຊຸມ, ທ່ານ ຄຳພັນ ພັນທຸລັກ ໃຫ້ຮູ້ວ່າ: ຕະຫຼອດ 1 ປີຜ່ານມາ ຂະແໜງສ່ວຍສາອາກອນພວກເຮົາ ໄດ້ເອົາໃຈໃສ່ແກ້ໄຂວຽກງານຈຸດສຸມສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ ບັນດາກົດໝາຍ, ຄໍາແນະນໍາຕ່າງໆ ທີ່ເປັນເຄື່ອງມືຮັບໃຊ້ການເກັບລາຍຮັບ ແລະ ໄດ້ປະຕິຮູບກົນໄກການເຮັດວຽກ, ກົນໄກບໍລິການຜູ້ເສຍອາກອນ ໄດ້ສ້າງຄວາມເຂັ້ມແຂງໃຫ້ພະນັກງານເຮັດວຽກວິຊາສະເພາະຫັນເປັນລະບົບທັນສະໄໝເພີ່ມປະສິດທິພາບເກັບລາຍຮັບຊຸກຍູ້ການຮ່ວມມືສາກົນ, ພາກລັດ ແລະ ເອກະຊົນ ສ້າງຄວາມໂປ່ງໃສໃຫ້ແກ່ຜູ້ເສຍອາກອນ ສືບຕໍ່ປະຕິບັດວາລະແຫ່ງຊາດ ມະຕິເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າເອງ ຍົກສູງສະຕິຊາດ ເສີມຂະຫຍາຍສະຕິປັນຍາ ກໍາລັງແຮງ ແລະ ຄວາມສາມາດຂອງບຸກຄະລາກອນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ມີແຜນຍຸດທະສາດ ໃນການປະຕິບັດວຽກງານວິຊາສະເພາະ ຈົນຍາດມາໄດ້ຜົນງານຫຼາຍດ້ານ ເຮັດໃຫ້ພວກເຮົາສາມາດເກັບລາຍຮັບໄດ້ບັນລຸລື່ນແຜນການທຸກໆແຂວງ ໂດຍພາຍໃຕ້ການຊີ້ນໍາ-ນໍາພາໃກ້ສິດຂອງຄະນະພັກ ຄະນະນໍາກະຊວງການເງິນ ຂະແໜງພວກເຮົາສາມາດສູ້ຊົນເກັບລາຍຮັບໄດ້ທັງໝົດ 51,469 ຕື້ກີບ ເທົ່າກັບ 112.13% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 32.67% ເປັນເງິນ 12,675 ຕື້ກີບເຊິ່ງເປັນການປະຕິບັດໄດ້ລື່ນແຜນການ 5 ປີ ຊ້ອນຕິດຕໍ່ກັນ.

        ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມເປັນເອກະພາບ ຕໍ່ການສະຫຼຸບຕີລາຄາ ທີ່ໄດ້ສ່ອງແສງເຖິງດ້ານດີ ແລະ ຂໍ້ຄົງຄ້າງ ທີ່ໄດ້ຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ມາດຕະການຕ່າງໆ ທີ່ຈະຈັດຕັ້ງປະຕິບັດໃນປີ 2026 ໄປຕາມນະໂຍບາຍ ມາດຕະການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ, ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ແລະ ມະຕິຂອງລັດຖະບານສະບັບເລກທີ 05/ລບ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ດ້ວຍການເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ໂປ່ງໃສ, ຕ້ານທຸກຊ່ອງວ່າງຂອງການຮົ່ວໄຫຼລາຍຮັບ ແລະ ຮັບປະກັນການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະກົດຜົນເປັນຈິງຢ່າງ ເປັນເອກະພາບໃນຂອບເຂດທົ່ວປະເທດ.

       ຄຽງຄູ່ກັບຜົນງານຍາດມາໄດ້ ຂະແໜງສ່ວຍສາອາກອນພວກເຮົາຍັງມີພາລະກິດທີ່ໜັກໜ່ວງ ຈະຕ້ອງສືບຕໍ່ແບກຫາບ ແລະ ມີສິ່ງທ້າທາຍຫຼາຍດ້ານໃນຕໍ່ໜ້າທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ບໍ່ວ່າຈະແມ່ນດ້ານຈໍານວນບຸກຄະລະກອນທີ່ເຮັດວຽກຕົວຈິງນັບມື້ນັບຫຼຸດລົງ ແຜນຕົວເລກລາຍຮັບເພີ່ມຂຶ້ນ ໜ້າວຽກຈຸດສຸມຕ້ອງຮັບຜິດຊອບຫຼາຍຂຶ້ນ ເປັນຕົ້ນ ລາຍຮັບຈາກຊັບສິນ ບວກໃສ່ສະພາບໂລກ ຫັນເປັນດີຈີຕອນ ແລະ ວຽກງານປິ່ນອ້ອມໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.

       ສະນັ້ນ, ເພື່ອຮັບປະກັນໃຫ້ວຽກງານປີ 2026 ສໍາເລັດຜົນຕາມລະດັບຄາດໝາຍ ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຂະແໜງສ່ວຍສາອາກອນເອົາໃຈໃສ່ “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ,    ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”; ເພີ່ມທະວີວຽກສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ; ປັບປຸງແບບແຜນວິທີການເຮັດວຽກໃຫ້ແທດເໝາະກັບສະພາບການ ເສດຖະກິດໃນປັດຈຸບັນ ໃຫ້ມີຄວາມກົມກຽວ ທັນສະພາບກວ່າເກົ່າ; ກໍານົດແຜນຄົນ, ແຜນງານລະອຽດ ໃນການປະຕິບັດວຽກວິຊາສະເພາະ ໂດຍມີຕົວຊີ້ວັດໃນການຈັດຕັ້ງປະຕິບັດ, ກໍານົດເປົ້າໝາຍ ແລະ ມີຈຸດສຸມຊັດເຈນ ເພື່ອສູ້ຊົນເກັບລາຍຮັບຕາມແຜນຕົວເລກ ປີ 2026  ໃຫ້ບັນລຸລື່ນແຜນການ.

© 2025 Copyright: ກະຊວງການເງິນ, ສປປ ລາວ