ໃນວັນທີ 08-09 ມັງກອນ 2026, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ຜັນຂະຫຍາຍຮ່າງແຜນການດຳເນີນງານ ປະຈຳປີ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວິໄຊ ສັນຕິວົງ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ພ້ອມດ້ວຍຄະນະສູນສະຖິຕິແຫ່ງຊາດ, ຜູ້ຕ່າງຫນ້າຈາກຫ້ອງການ ແລະ ກົມສະຖິຕິເສດຖະກິດ ແລະ ສັງຄົມ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ວິໄຊ ສັນຕິວົງ ໄດ້ສະຫຼຸບຜົນໄດ້ຮັບ ແລະ ທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ. ພ້ອມນັ້ນ ຍັງໄດ້ປຶກສາຫາລື ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ລວມທັງຜັນຂະຫຍາຍແຜນການດຳເນີນງານ ປະຈໍາປີ 2026 ແລະ ການສ້າງຕົວຊີ້ວັດໝາກຜົນຂອງການດຳເນີນກິດຈະກຳ ຂອງກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ຕາມພາລະບົດບາດຂອງຕົນດ້ວຍຄວາມເປັນເອກະພາບ.
ນອກນັ້ນ, ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ຟອງສະມຸດ ຄຳວານວົງສາ ຮອງຫົວຫນ້າສູນສະຖິຕິແຫ່ງຊາດ ທີ່ໄດ້ເນັ້ນໃສ່ການຄົ້ນຄວ້າກຳນົດຕົວຊີ້ບອກດ້ານສິ່ງແວດລ້ອມ, ລວມທັງການເກັບກຳສັງລວມ ແລະ ຄິດໄລ່ບັນດາຕົວຊີ້ບອກຕ່າງໆ ຈົນສາມາດສ້າງຜະລິດຕະພັນສະຖິຕິດ້ານສິ່ງແວດລ້ອມ ໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.
![]() |

