• ຫ້ອງການ
  • |
  • 2026-01-20
  • |
  • ວຽກວິຊາສະເພາະ

      ໃນວັນທີ 20 ມັງກອນ 2026, ຫ້ອງການກະຊວງການເງິນ ແລະ ກົມນະໂຍບາຍເສດຖະກິດການເງິນ ກະຊວງການເງິນ ໄດ້ປຶກສາຫລືກົນໄກການຈັດຕັ້ງຜັນຂະຫຍາຍວຽກງານ 03 ສ້າງຂອງກະຊວງການເງິນ, ການຈັດຕັ້ງຜັນຂະຫຍາຍວຽກງານສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ປະເມີນການຈັດຕັ້ງປະຕິບັດວຽກງານເຂດເສດຖະກິດພິເສດ, ການຄຸ້ມຄອງລາຍຈ່າຍກອງທຶນ SME ແລະ ການປະເມີນການຈັດຕັ້ງບັນດານະໂຍບາຍຂອງກະຊວງການເງິນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດການເງິນ, ມີບັນດາຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກົນໄກການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ເພື່ອເຮັດໃຫ້ບັນດາກົມອ້ອມຂ້າງກະຊວງ ແລະ ພະແນກການເງິນແຂວງ, ນະຄອນຫຼວງ, ຫ້ອງການການເງິນເມືອງ ແລະ ນະຄອນ ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈແຈ້ງຂຶ້ນຕື່ມ ກ່ຽວກັບເນື້ອໃນຈິດໃຈ ຂອງການຈັດຕັ້ງປະຕິບັດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຂະແໜງການເງິນ ໃຫ້ເຂົ້າສູ່ລວງເລິກ ຕົວຈິງ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ); ກໍານົດແຂວງຈຸດສຸມວຽກງານ 3 ສ້າງ ຂອງຂະແໜງການເງິນ ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດ-ການເງິນ ໃຫ້ແກ່ທ້ອງຖິ່ນ; ກຳນົດເນື້ອໃນເປັນຕົວຊີ້ວັດໃນການປະເມີນ, ການສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດ ວຽກງານ 3 ສ້າງຂອງຂະແໜງການເງິນ ຕາມທິດຊີ້ນໍາ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຮອບດ້ານຂະແໜງການເງິນ ໃຫ້ເປັນຮູບປະທຳ ແລະ ກຳນົດກົນໄກການພົວພັນປະສານງານ ແລະ ຄວາມຮັບຜິດຊອບ ຂອງຂະແໜງການເງິນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງ ຜັນຂະຫຍາຍນະໂຍບາຍ 3 ສ້າງ.

          ພ້ອມດຽວກັນນີ້, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າກ່ຽວກັບການປະເມີນຜົນກະທົບທາງນະໂຍບາຍການເງິນ, ນະໂຍບາຍເຂດເສດຖະກິດພິເສດ ແລະ ນະໂຍບາຍໃນຂົງເຂດອື່ນໆ. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບມາດຕະຖານ, ຕົວຊີ້ວັດ ໃນການປະເມີນກຸ່ມວຽກແຜນການ-ສະຖິຕິ; ວຽກຄຸ້ມຄອງເກັບລາຍຮັບ; ວຽກຄຸ້ມຄອງລາຍຈ່າຍ; ວຽກນະໂຍບາຍເສດຖະກິດ-ການເງິນ ແລະ ນິຕິກໍາ; ວຽກຫັນເປັນທັນສະໄໝ; ວຽກຈັດຕັ້ງ; ວຽກກວດກາ ແລະ ກຸ່ມວຽກປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ.

© 2025 Copyright: ກະຊວງການເງິນ, ສປປ ລາວ