• ກົມການເງິນຕ່າງປະເທດ
  • |
  • 2026-01-09
  • |
  • ວຽກວິຊາສະເພາະ

        ໃນວັນທີ 09 ມັງກອນ 2026, ກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ໄດ້ເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສຳລັບ ໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກ) ເຊິ່ງຕ່າງໜ້າໃນພິທີລົງນາມສັນຍາຄັ້ງນີ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍ ທ່ານ ປອ. ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ໂດຍ ທ່ານ ນາງ ມິຢາໂກະ ໂຄບາຢາຊິ (Miyako KOBAYASHI) ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກບັນດາກະຊວງ, ກົມ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ.

        ໂຄງການນີ້ ແມ່ນເລັ່ງໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການກວດວິນິໄສ, ປິ່ນປົວພະຍາດຂອງໂຮງໝໍແຂວງຈຳປາສັກ ເຊິ່ງເປັນໂຮງໝໍຫຼັກໃນ 04 ແຂວງພາກໃຕ້ ຂອງ ສປປ ລາວ (ແຂວງຈຳປາສັກ, ແຂວງອັດຕະປື, ແຂວງສາລະວັນ ແລະ ແຂວງເຊກອງ) ແລະ ປັບປຸງລະບົບການສົ່ງຕໍ່ຄົນເຈັບໃນພາກພື້ນໂດຍສະເພາະຈາກແຂວງໃກ້ຄຽງ ໂດຍການຍົກລະດັບສິ່ງອຳນວຍຄວາມສະດວກ ແລະ ອຸປະກອນທີ່ຈຳເປັນເພື່ອສະໜອງການບໍລິການການແພດໃຫ້ມີປະສິດທິພາບ ມີປະສິດທິຜົນໃຫ້ແກ່ຄົນເຈັບທີ່ມີອາການປ່ວຍຮຸນແຮງ, ເຊິ່ງທັງໝົດເຫຼົ່ານັ້ນຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີການບໍລິການດ້ານສາທາລະນະສຸກ ແລະ ການແພດ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງພ້ອມທັງມີປະສິດທິພາບໂດຍສະເພາະໃນລະບົບທາງການແພດໃນ 04 ແຂວງພາກໃຕ້. 

         ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໄດ້ເຊັນສັນຍານີ້ຊຶ່ງຈະຈັດຕັ້ງປະຕິບັດໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ກະຊວງສາທາລະນະສຸກໂດຍແນໃສ່ການຍົກລະດັບພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ແລະ ອຸປະ ກອນທີ່ຈຳເປັນເພື່ອສະໜອງການບໍລິການການແພດ ໂດຍສະເພາະໃນລະບົບທາງການແພດໃນ 04 ແຂວງພາກໃຕ້ ຂອງ ສປປ ລາວ ຊ່ວຍໃຫ້ຜູ້ທີ່ຕ້ອງການການບໍລິການທາງການແພດສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບ, ສາມາດໄດ້ຮັບການຮັກສາທ່ວງທັນກັບເວລາ ແລະ ຫຼຸດຜ່ອນຄວາມຈຳເປັນໃນການເດີນທາງໄກເພື່ອຮັບການປິ່ນປົວທີ່ສຳຄັນ. ໂດຍຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ເດືອນມັງກອນ 2026 ຈົນເຖິງ  ທ້າຍປີ 2028.

© 2025 Copyright: ກະຊວງການເງິນ, ສປປ ລາວ