• ກົມພາສີ
  • |
  • 2026-01-14
  • |
  • ວຽກວິຊາສະເພາະ

       ກອງປະຊຸມ ເຜີຍແຜ່ ຄໍາແນະນໍາການຈັດຕັ້ງປະຕິບັດແຜນງານຜູ້ປະກອບການມາດຕະຖານ AEO ( Authorized Economic Operator ) ໄດ້ຈັດຂື້ນໃນວັນທີ 14 ມັງກອນ 2026, ທີ່ ກົມພາສີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວົງວັນເພງ ພູມສະຫວັດ ຮອງຫົວໜ້າກົມພາສີ ກະຊວງການເງິນ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງກົມພາສີ, ຕາງໜ້າຄະນະພາສີ ປະຈຳແຂວງ, ຄະນະດ່ານພາສີສາກົນ, ເຈົ້າໜ້າທີ່ພາສີຊາຍແດນ ແລະ ວິຊາການກົມພາສີ ພ້ອມດ້ວຍ ຜູ້ປະກອບການ ມາດຕະຖານ AEO 4 ບໍລິສັດ ເຂົ້າຮ່ວມ.

       ແຜນງານຜູ້ປະກອບການມາດຕະຖານ AEO ເປັນການຮ່ວມມືກັນລະຫວ່າງພາກລັດ ແລະ ພາກຜູ້ປະກອບການເພື່ອຍົກສູງການຈັດຕັ້ງປະຕິບັດລະບຽບກົດໝາຍ, ຮັບປະກັນຄວາມປອດໄພທາງດ້ານການຄ້າສາກົນ, ເພີ່ມທະວີການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ເຊິ່ງເປັນລະບຽບການທີ່ອົງການພາສີໂລກສ້າງຂຶ້ນ ໃນຂອບມາດຕະຖານການຮັກສາຄວາມປອດໄພ, ການອໍານວຍຄວາມສະດວກທາງການຄ້າ ລະຫວ່າງປະເທດ (SAFE Framework of Standards) ແລະ ແນະນໍາໃຫ້ບັນດາປະເທດສະມາຊິກທົ່ວໂລກຈັດຕັ້ງປະຕິບັດ ພ້ອມດຽວກັນນັ້ນ, ບັນດາຜູ້ປະກອບການທີ່ດໍາເນີນທຸລະກິດ ກ່ຽວຂ້ອງກັບການນໍາ ເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ບໍລິການແຈ້ງພາສີໃນ ສປປ ລາວ ກໍ່ສາມາດຈັດຕັ້ງປະຕິບັດກົດໝາຍໄດ້ດີ, ໂດຍສະເພາະການປະຕິບັດລະບຽບການທາງພາສີ, ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ. 

       ໂອກາດນີ້ ທ່ານ ວົງວັນເພງ ພູມສະຫວັດ ໄດ້ມີຄຳເຫັນວ່າ: ການປະຕິບັດແຜນງານຜູ້ປະກອບ ການມາດຕະຖານ AEO ແມ່ນຂີດໝາຍສໍາຄັນອັນໜຶ່ງ ໃນການຈັດຕັ້ງປະຕິບັດ ໃຫ້ມີມາດຕະຖານ ຮັບປະກັນໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ຢ່າງຖືກຕ້ອງ. ພ້ອມທັງ ເປັນໂອກາດສໍາຄັນໃນການເພີ່ມຄວາມເຂົ້າໃຈ ແລະ ສົ່ງເສີມການຮ່ວມມືດ້ານພາສີ ລະຫວ່າງລັດຖະການພາສີ ແລະ ພາກສ່ວນເອກະຊົນ ໃຫ້ນໍາເອົາບັນດາຫຼັກການ ແລະ ແນວຄວາມຄິດ ມາປັບໃຊ້ໃນການຈັດຕັ້ງປະຕິບັດວຽກງານຂະແໜງ ພາສີ ໃຫ້ເກີດຜົນໄດ້ຢ່າງແທ້ຈິງ ແລະ ມີປະສິດທິຜົນຢ່າງຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ