• ກະຊວງການເງິນ
  • |
  • 2026-01-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 19 ມັງກອນ 2026, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃຫ້ແກ່ບັນດາຂະແໜງການຂັ້ນແຂວງ (ຈຸດພາກເໜືອ) ທີ່ ໂຮງແຮມສຸພັດຕາ ແຂວງຫຼວງພະບາງ,  ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ  ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ທ່ານ ນາງ ວຽນວິໄລ ດີລະພັນ, ຮອງປະທານຄະນະກໍາມະການປົກຄອງແຂວງ ຫຼວງພະບາງ. ນອກນັ້ນຍັງມີ ທ່ານ ນາງ ທິນາທິນ ບາວເມີ, ຫົວໜ້າແຜນງານນະໂຍບາຍສັງຄົມ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນເພື່ອເດັກ (UNICEF) ພ້ອມນີ້ມີບັນດາທ່ານ ຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ຕາງໜ້າຈາກຫ້ອງການ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານຄະນະພະແນກການເງິນແຂວງ, ຫົວຫນ້າ/ຮອງຫົວຫນ້າຂະແໜງ ແຜນການ ແລະ ສະຖິຕິ ພ້ອມດ້ວຍວິຊາການ ທີ່ມາຈາກ 7 ແຂວງ ພາກເໜືອ (ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ,​ ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງໄຊຍະບູລີ) ແລະ ອົງການ UNICEF ລວມທັງໝົດຈຳນວນ 57 ທ່ານ, ຍິງ 25 ທ່ານ.

        ຈຸດປະສົງຂອງກອງປະຊຸມ ໃນຄັ້ງນິີ້ ແມ່ນ:

  1. ເພື່ອເຜີຍແຜ່ ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃຫ້ແກ່ບັນດາການນໍາ ແລະ ບັນດາ ຂະແໜງການຂັ້ນແຂວງ ໃນຂອບເຂດທົ່ວປະເທດ (ຈຸດພາກເໜືອ) ໄດ້ຮັບຮູ້ເຖິງຄວາມໝາຍຄວາມສໍາຄັນ ແລະ ຂໍ້ມູນຂ່າວສານທີ່ຜະລິດໄດ້ຈາກແຫຼ່ງການສຳຫຼວດດັ່ງກ່າວ;
  2. ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍຜົນໄດ້ຮັບຈາກການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງນີ້ ເຂົ້າໃນວຽກງານການພັດທະນາບັນດານະໂຍບາຍຂອງບັນດາຂະແໜງການ ຂັ້ນແຂວງ ອີກດ້ວຍ. 

ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ແມ່ນການສຳຫຼວດແບບຕົວແທນລະດັບຊາດ ທີ່ລວມເອົາ ສອງການສຳຫຼວດເຂົ້າກັນ ຄື: ການສໍາຫຼວດແມ່ ແລະ ເດັກ ແລະ ການສໍາຫຼວດສຸຂະພາບ ແລະ ປະຊາກອນ ແລະ ໄດ້ດໍາເນີນການສຳຫຼວດ ທຸກໆ 5 ປີ ແລະ ການສໍາຫຼວດນີ້ກໍໄດ້ດຳເນີນ ມາແລ້ວ 3 ຄັ້ງ ແລະ ຄັ້ງຫລ້າສຸດແມ່ນໃນປີ 2023 ໂດຍ ການຮ່ວມມືກັນ ລະຫວ່າງ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃນເມື່ອກ່ອນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ກໍຄື ອົງການ UNICEF.

        ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຖືເປັນແຫຼ່ງການສຳຫຼວດທີ່ມີບົດບາດສຳຄັນຫຼາຍໃນການຜະລິດ ແລະ ສະໜອງຂໍ້ມູນທີ່ມີຄຸນນະພາບສູງ, ໜ້າເຊື່ອຖື ແລະ ສາມາດປຽບທຽບໄດ້ກັບສາກົນ, ຊ່ວຍສະໜອງຂໍ້ມູນຕົວຊີ້ບອກທາງດ້ານສັງຄົມ ເພື່ອຮັບໃຊ້ ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ. 

        ສະນັ້ນ, ການເຜີຍແຜ່ບົດລາຍງານໃນຄັ້ງນີ້ ຈິ່ງເປັນການນຳສະເໜີ ໃຫ້ເຫັນຜົນໄດ້ຮັບທີ່ສຳຄັນ ທີ່ປະກອບມີທັງໝົດ 11 ພາກ ໂດຍເລີ່ມຕົ້ນຈາກພາກນຳສະເໜີ, ພາກການອອກແບບຕົວແທນ ແລະ ການຈັດຕັ້ງປະຕິບັດການສຳຫຼວດ, ພາກຄຸນລັກສະນະຂອງຄົວເຮືອນ ແລະ ຜູ້ຖືກສຳພາດ, ການຕາຍຂອງເດັກອ່ອນ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່ ແລະ ເດັກນ້ອຍ, ໂພຊະນາການ ແລະ ການພັດທະນາຂອງເດັກ, ການສຶກສາ ແລະ ການຮຽນຮູ້, ການປົກປ້ອງເດັກນ້ອຍຈາກຄວາມຮຸນແຮງ ແລະ ການໃສ່ລະບຽບວິໄນເດັກ, ການດຳລົງຊີວິດໃນສະພາບແວດລ້ອມທີ່ສະອາດ ແລະ ປອດໄພ ແລະ ໂອກາດທີ່ເທົ່າທຽມໃນຊີວິດ.

© 2025 Copyright: ກະຊວງການເງິນ, ສປປ ລາວ