• ກະຊວງການເງິນ
  • |
  • 2026-01-19
  • |
  • ວຽກຮ່ວມມື

         ໃນວັນທີ 19 ມັງກອນ 2026, ສະຫາຍ ສຸລິວັດ ສຸວັນນະຈູມຄຳ ກຳມະການ​ສໍາຮອງສູນກາງພັກ,​ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະຫ້ອງການ ແລະ ຄະນະກົມ ເຂົ້າຢ້ຽມຂໍ່ານັບອວຍພອນພາຍຫຼັງຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - ວັນທີ 20 ມັງກອນ 2026) ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

       ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງການເງິນ ທີ່ເຂົ້າອວຍພອນໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານ ສຸລິວັດ ສຸວັນນະຈູມຄຳ ກຳມະການສຳຮອງສູນກາງພັກ, ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ