• ຫ້ອງການ
  • |
  • 2025-01-28
  • |
  • ວຽກວິຊາສະເພາະ

        ໃນວັນທີ 28 ມັງກອນ 2025, ຫ້ອງການກະຊວງການເງິນ ໄດ້ຈັດກອງປະຊຸມ ສະຫຼຸບການ ຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຜູ້ຊີ້ນຳວຽກງານຫ້ອງການກະຊວງ, ມີຄະນະຫ້ອງ ການ, ຄະນະພະແນກ ພ້ອມດ້ວຍພະນັກງານຫລັກແຫຼ່ງຂອງຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.

​          ໂອກາດດັ່ງກ່າວ, ທ່ານ ສົມຈິດ ຄຳມຸງຄຸນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ໂດຍມີບາງຕອນສຳຄັນວ່າ: ຫ້ອງການກະຊວງໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານເປັນປົກກະຕິ, ຍົກສູງຄວາມຮັບຜິດຊອບເປັນເຈົ້າການໃນຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຜົນ ຢ່າງດີ ແລະ ຮັບປະກັນໃຫ້ສໍາເລັດໜ້າທີ່ການເມືອງຂອງຕົນຕາມການມອບໝາຍຂອງຂັ້ນເທິງ; ຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ ແລະ ລົງຕິດແທດນໍາພາ-ຊີ້ນຳວຽກງານຕາມພາລະບົດບາດຂອງຕົນ, ເພື່ອສາມາດຕີຖອຍທຸກປະກົດການຫຍໍ້ທໍ້ຕ່າງໆ;ວຽກງານຄຸ້ມຄອງ-ພັດທະນາບຸກຄະລະກອນ ຫອ້ງການກະຊວງການເງິນປະກອບມີ 5 ພະແນກ ຄື ພະແນກບໍລິຫານ ແລະ ພິທີການ, ພະແນກສັງລວມ ແລະ ເລຂານຸການ, ພະແນກແຜນການ ແລະ ການເງິນ, ພະແນກໂຄສະນາແລະຂ່າວສານ ການເງິນ;   ແລະ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີພະນັກງານທັງໝົດ 57 ທ່ານ , ຍິງ 22 ໃນນັ້ນມີຄະນະຫ້ອງການ 05 ທ່ານ ຄະນະພະແນກ 22 ທ່ານ ຍິງ 07 ທ່ານ. ໂດຍທ່ານ ໄດ້ຍົກໃຫ້ເຫັນຜົນງານ ອັນພົ້ນເດັ່ນ ຂອງແຕ່ລະພະແນກຕິດພັນກັບການຫັນທັນສະໄໝ ແລະ ທິດຫັນປ່ຽນໃໝ່.

​          ໃນໂອກາດດຽວກັນ ທ່ານພູວົງ ກິດຕະວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ເປັນເສນາທິການໃຫ້ຄະນະນຳກະຊວງໄດ້ເປັນຢ່າງດີ ແຕ່ເຖິງຢ່າງ ໃດກໍດີ ໃຫ້ຄະນະຫ້ອງການສືບຕໍ່ ປັບປຸງແກ້ໄຂ ບາງບັນຫາທີ່ຍັງຂາດຕົກບົກຜ່ອງ ລົງເລິກແກ້ໄຂບັນ ຫາ ທີ່ຕິດພັນກັບພາລະບົດບາດ ຂອງຫ້ອງການ ຕິດພັນກັບການ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານວິຊາການ ຢ່າງເປັນລະບົບ ໃຫ້ແທດເໝາະກັບສະພາບການແຕ່ລະໄລຍະ, ຕອນທ້າຍຂອງກອງປະຊຸມຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ພະນັກງານລັດຖະກອນນຳອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ